ລັດແຈ້ງປັບຂຶ້ນລາຄານໍ້າມັນ ເລີ່ມ 27ພະຈິກ 2020 ເປັນຕົ້ນໄປ

136

ລັດອອກແຈ້ງການປັບຂຶ້ນລາຄານໍ້າມັນທຸກຊະນິດ ພ້ອມກໍານົດໃຫ້ເລີ່ມປະຕິບັດລາຄາໃໝ່ນັບແຕ່ວັນທີ 27 ພະຈິກ 2020 ເປັນຕົ້ນໄປ.

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1072/ອຄ.ກຄພນ, ລົງວັນທີ 26 ພະຈິກ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້; ແອັດຊັງພິເສດ ປັບຂຶ້ນ 280ກີບ/ລິດ, ແອັດຂຊັງທໍາມະດາ ປັບຂຶ້ນ 240ກີບ/ລິດ ແລະ ກາຊວນ ປັບຂຶ້ນ 290ກີບ/ລິດ ໂດຍໃຫ້ເລີ່ມປະຕິບັດເວລາ 6:00ໂມງ ຂອງວັນທີ 27 ພະຈິກ 2020 ເປັນຕົ້ນໄປ. ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດລົງ ຄັງແຮແອັດຊັງພິເສດ ແລະ ຄັງແຮແອັດຊັງທໍາມະດາ ປັບລົງ 50 ກີບ/ລິດ, ສ່ວນຄັງແຮກາຊວນ ປັບລົງ 100ກີບ/ລິດ.

ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ຝນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0942/ກຄພນ.ຄສລ, ລົງວັນທີ 26 ພະຈິກ 2020 ຈຂົນກວ່າຈະມີການປ່ຽນແປງ; ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຄຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ຶຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການາະບັບເລກທີ 1019/ອຄ.ກຄພນ, ລົງວັນທີ 12 ພະຈິກ 2020.