ສະຫາຍ ພຸດ ສິມມາລາວົງ ໄດ້ຮັບເລືອກເປັນ ເລຂາຄະນະພັກກະຊວງ ສສກ ຊຸດໃໝ່ ສະຫາຍນາງ ຂັນທະລີ ສິຣິພົງພັນ ເປັນຮອງເລຂາ

477

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ສຶກສາທິການ ແລະ ກີລາ(ສສກ) ຄັ້ງທີ IX ໄດ້ປິດລົງຢ່າງເປັນທາງການໃນຕອນເຊົ້າວັນທີ 25 ພະຈິກ 2020 ໂດຍການເປັນປະທານຂອງສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ສສກ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາຜູ້ແທນຈາກຂະແໜງການກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ, ເຊິ່ງໄດ້ຮັບຟັງບົດລາຍງານການເມືອງ, ຮ່າງແຜນພັດທະນາ 5ປິ(2016-2020) ແລະ ທິດທາງແຜນ 5ປີ (2021-2025), ຮັບຟັງການປະກອບຄໍາເຫັນຂອງ 3ອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ສຶກສາທິການ ແລະ ກິລາຄັ້ງທີ IX.

ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ເອກະພາບປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ສສກ ຊຸດໃໝ່ເຊິ່ງມີຜູ້ອອກສະໝັກເລືອກຕັ້ງ 26 ສະຫາຍ ຍິງ 8ສະຫາຍ, ເລືອກເອົາ 21 ສະຫາຍ ຍິງ 6ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກ ຜູ້ແທນອົງຄະນະພັກກະຊວງ ສຶກສາທິການ ແລະ ກີລາ ຄັ້ງທີ IX ໄດ້ເປັນເອກະສັນເລືອກເອົາ ສະຫາຍ ພຸດ ສິມມາລາວົງ ເປັນເລຂາຄະນະພັກກະຊວງສຶກສາທິການ ແລະ ກີລາ, ສະຫາຍ ນາງ ຂັນທະລີ ສິຣິພົງພັນ ເປັນຮອງເລຂາ. ກອງປະຊຸມຍັງເປັນເອກະສັນເລືອກເອົາ ສະຫາຍ ສຳລານ ພັນຄະວົງ ເປັນປະທານກວດກາ, ສະຫາຍ ບຸນມີ ຈັນທະອຸດົມ , ສະຫາຍ ຮຸ່ງເພັດ ຈັນທະວົງ ເປັນຮອງ ແລະ ສະຫາຍ ອິນທະວົງ ມະນີທອງ ເປັນຮອງປະທານກວດກາ.

ຄະນະບໍລິຫານງານພັກກະຊວງ ສສກ ສະໄໝ IX ມີດັ່ງນີ້:
1 ສະຫາຍ ພຸດ ສິມມາລາວົງ
2 ສະຫາຍ ນາງ ຂັນທະລີ ສິຣິພົງພັນ
3 ສະຫາຍ ນາງ ສີສຸກ ວົງວິຈິດ
4 ສະຫາຍ ປອ ບຸນປັນ ໄຊມຸນຕຣີ
5 ສະຫາຍ ນາງ ວຽງແກ້ວ ພົມມະວົງ
6 ສະຫາຍ ໜູພັນ ອຸດສາ

7 ສະຫາາຍ ສີຊະນະ ບຸບຜາ
8 ສະຫາຍ ສຳລານ ພົນຄະວົງ
9 ສະຫາຍ ນາງບົວຄໍາ ດາວສະຫວັນ
10 ສະຫາຍ ອິນຕອງ ເລີກສິນໄຊ
11 ສະຫາຍ ອຸດົມ ພອນຄຳເພັງ
12 ສະຫາຍ ແສງພອນ ພົນອາມາດ
13 ສະຫາຍ ຮຸ່ງເພັດ ຈັນທະວົງ
14 ສະຫາຍ ນາງ ສີລິນທອນ ສັກລໍຄໍາ
15 ສະຫາຍ ນາງ ດາລາວອນ ກິດຕິພັນ

16 ສະຫາຍ ວິລະວັນ ບຸນສຸກໄທ
17 ສະຫານ ບຸນມີ ຈັນທະອຸດົມ
18 ສະຫາຍ ຫຼ້າວັນ ວົງຄໍາສານ
19 ສະຫາຍ ບຸນເສັງ ຄໍາມຸນຕີ
20 ສະຫາຍ ອານຸລົມ ວິໄລພອນ
21 ສະຫາຍ ຕຸລາວັນ ໜໍ່ເມືອງເສດ

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຈາກສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ນໍາອີກ.