ອາທິດນີ້ ອາກາດຈະເຢັນຫາໜາວເຢັນທົ່ວທຸກພາກໃນຕອນເຊົ້າ

173

ອຸຕຸຄາດສະພາບອາກາດໜຶ່ງອາທິດຕໍ່ໜ້ານີ້ ຈະເຢັນ ຫາ ໜາວເຢັນ ເນື່ອງຈາກຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1579/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 16 ຫາ 22 ພະຈິກ 2020 ວ່າ: ໃນໄລຍະວັນທີ 16 ຫາ 22 ພະຈິກນີ້ ຄວາມກົດດັນຂອງອາກາດສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ມີກຳລັງປານກາງ ຫາ ແຮງ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ແລະ ພາກໃຕ້. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:


ພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ບາງທ້ອງຖິ່ນເຂດພູສູງ ແລະ ເຂດພູດອຍ ແລະ ຈະມີຝົນຕົກຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 13 – 16 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໜອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ບາງທ້ອງຖິ່ນເຂດພູສູງ ແລະ ເຂດພູດອຍ. ອຸນຫະພູມຕ່ຳສຸດ 16 - 18 ອົງສາ ແລະ ສູງສຸດ 29 – 31 ອົງສາ.
ພາກກາງ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດ ແລະ ຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ. ອຸນຫະພູມຕ່ຳສຸດ 16 – 18 ອົງສາ ແລະ ສູງສຸດ 28 – 30 ອົງສາ.


ສະເພາະແຂວງ ໄຊສົມບຸນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ອາກາດຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 23 – 25 ອົງສາ.


ພາກໃຕ້: ອາກາດຈະເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງ ເຊກອງ, ອັດຕະປື, ສາລະວັນ ແລະ ຈຳປາສັກ. ອຸນຫະພູມຕ່ຳສຸດ 18 – 20 ອົງສາ ແລະ ສູງສຸດ 29 – 31 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 09 – 21 ອົງສາ ແລະ ສູງສຸດ 23 – 25 ອົງສາ.


ນະຄອນຫຼວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 29 – 31 ອົງສາ.