ບຣາເດີ “ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້” ຜູ້ບໍລິໂພກຄວນເລືອກໃຊ້ວັດສະດຸການພິມແທ້ ເພື່ອຄຸນນະພາບແລະຄວາມຄຸ້ມຄ່າໄລຍະຍາວ

124

“ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້” (ONLY THE GENUINE WILL KNOW) ເພື່ອສ້າງການຮັບຮູ້ເຖິງຄວາມແຕກຕ່າງຂອງການໃຊ້ວັດສະດຸການພິມແທ້ ທັງແບບນ້ຳມຶກແລະຜົງມຶກ ເມື່ອປຽບທຽບກັບມຶກທຽບເທົ່າແລະມຶກປອມ ພ້ອມທັງກະຕຸ້ນໃຫ້ຜູ້ໃຊ້ເຄື່ອງພິມຫັນມາໃຊ້ວັດສະດຸການພິມແທ້ເພື່ອຄຸນນະພາບສູງສຸດໃນການພິມ ຫຼຸດຜ່ອນບັນຫາທີ່ອາດເກີດຂຶ້ນກັບວຽກພິມແລະເຄື່ອງພິມ ລວມທັງໄດ້ສິດທິປະໂຫຍດແລະຄວາມຄຸ້ມຄ່າຫຼາຍກວ່າໃນໄລຍະຍາວ ບໍ່ກະທົບຕໍ່ເງື່ອນໄຂການຮັບປະກັນຕົວເຄື່ອງ ທີ່ສຳຄັນຍັງບໍ່ສົ່ງຜົນເສຍຕໍ່ສຸຂະພາບແລະສິ່ງແວດລ້ອມ.

ຈາກການກວດພົບວ່າບັນຫາເຄື່ອງພິມທີ່ເຂົ້າຮັບບໍລິການທີ່ສູນບໍລິການນັ້ນ ສ່ວນໜຶ່ງມາຈາກການໃຊ້ວັດສະດຸການພິມແບບທຽບເທົ່າຫຼືປອມ ເຊິ່ງສົ່ງຜົນກະທົບຕໍ່ຜູ້ບໍລິໂພກຢ່າງຫຼວງຫຼາຍ ບຣາເດີຈຶ່ງເລີ່ມທີ່ຈະສົ່ງເສີມໃຫ້ຜູ້ບໍລິໂພກຫັນກັບມາໃຊ້ວັດສະດຸການພິມແທ້ໂດຍໄດ້ປະກາດ “ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້” ຂຶ້ນ ເພື່ອຫວັງໃຫ້ເປັນຈຸດເລີ່ມຕົ້ນໃນການສ້າງການຮັບຮູ້ທີ່ຖືກຕ້ອງໃຫ້ແກ່ຜູ້ບໍລິໂພກທີ່ອາດຈະຍັງບໍ່ຮູ້ຊັດເຈນເຖິງຜົນກະທົບທີ່ກໍ່ໃຫ້ເກີດຄວາມເສຍຫາຍອັນເກີດຈາກການເລືອກໃຊ້ຂອງທຽບເທົ່າຫຼືຂອງປອມ

“ປັດຈຸບັນວັດສະດຸການພິມໃນທ້ອງຕະຫຼາດມີທັງແບບນ້ຳມຶກແລະຜົງມຶກ ເຊິ່ງບຣາເດີມີມຶກທັງ 2 ຮູບແບບເພື່ອຕອບໂຈດກຸ່ມຜູ້ບໍລິໂພກທີ່ຫຼາກຫຼາຍ ໃນແຕ່ລະປີບຣາເດີໄດ້ວິໄຈ ຄິດຄົ້ນ ແລະພັດທະນາປະສິດທິພາບຂອງມຶກໂດຍທີມ R&D ເພື່ອໃຫ້ໝັ້ນໃຈໄດ້ວ່າລູກຄ້າຈະໄດ້ຮັບຄວາມເພິ່ງພໍໃຈສູງສຸດໃນທຸກດ້ານ ທັງດ້ານຄຸນນະພາບວຽກພິມ ຕົ້ນທຶນການພິມ ຄວາມສະດວກໃນການໃຊ້ວຽກ ລວມເຖິງມິຕິດ້ານການເປັນມິດຕໍ່ສຸຂະພາບແລະສິ່ງແວດລ້ອມຕາມປັດຊະຍາການດຳເນີນທຸລະກິດ at your side ຂອງບຣາເດີ”, ທ່ານ ທີລະວຸດ ສຸພະພັນພິນໂຍ ກ່າວຕື່ມ

ດ້ານ ທ່ານ ນະເອກ ສົງສິຣິ ຮັກສາການຜູ້ຈັດການທົ່ວໄປຝ່າຍຂາຍແລະການຕະຫຼາດ ບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວວ່າ “ວັດສະດຸການພິມແທ້ຂອງບຣາເດີທັງແບບນ້ຳມຶກແລະຜົງມຶກ ໄດ້ຮັບມາດຕະຖານຄວາມປອດໄພ MSDS ແລະມີຈຳນວນແຜ່ນເຈ້ຍທີ່ລະບຸມາດຕະຖານ ISO ຜູ້ໃຊ້ຈຶ່ງໝັ້ນໃຈໄດ້ໃນການເລືອກໃຊ້ວັດສະດຸການພິມແທ້ຈາກບຣາເດີໂດຍສາມາດກວດສອບມຶກແທ້ຂອງບຣາເດີໄດ້ https://www.brother.co.th/th-th/support/genuine-supplies
ການໃຊ້ມຶກທຽບເທົ່າຫຼືມຶກປອມອາດຈະກໍ່ໃຫ້ເກີດບັນຫາໃນການໃຊ້ເຄື່ອງພິມ ເຊັ່ນ ສີສັນບໍ່ສົດໃສ ຄວາມຄົມເຂັ້ມຕ່ຳ ງານພິມມີຮອຍເປື້ອນຈາກມຶກທີ່ບໍ່ໄດ້ມາດຕະຖານ ເຈ້ຍບໍ່ລຽບ ສີຈາງບໍ່ຕິດທົນ ຫົວພິມອຸດຕັນຕະຫຼອດ ມຶກພິມອອກມາບໍ່ສະໝ່ຳສະເໝີ ໃນຫຼາຍກໍລະນີເກີດຈາກການໃຊ້ມຶກພິມຊະນິດທຽບເທົ່າໃນທ້ອງຕະຫຼາດທີ່ມີລາຄາຖືກແຕ່ຄຸນນະພາບຕ່ຳກວ່າມຶກແທ້ຈາກຜູ້ຜະລິດ ຫຼືໃຊ້ມຶກປອມທີ່ບໍ່ໄດ້ມາດຕະຖານ ເຮັດໃຫ້ເກີດຜົນເສຍຕໍ່ການເຮັດວຽກຂອງເຄື່ອງ ຫົວພິມ ແລະງານພິມທີ່ອອກມາ ອີກທັງຜູ້ໃຊ້ເຄື່ອງພິມອາດຈະບໍ່ຮູ້ຄວາມແຕກຕ່າງລະຫວ່າງມຶກແທ້ກັບມຶກທຽບເທົ່າຫຼືມຶກປອມ ຄິດວ່າມຶກແບບໃດກໍໃຊ້ໄດ້ຄືກັນ ການຊື້ເຄື່ອງພິມຈາກຮ້ານຄ້າທົ່ວໄປຫຼືອອນລາຍທີ່ຕື່ມມຶກມາໃຫ້ໃນເຄື່ອງແລ້ວກໍເຮັດໃຫ້ຜູ້ບໍລິໂພກບໍ່ສາມາດຮູ້ໄດ້ວ່າມຶກໃນເຄື່ອງພິມເປັນມຶກແທ້ຫຼືບໍ່ ຫຼືຜູ້ບໍລິໂພກອາດຈະເລືອກຊື້ມຶກທີ່ລາຄາຖືກກວ່າເພາະຕ້ອງການປະຢັດຄ່າໃຊ້ຈ່າຍ ເມື່ອເກີດບັນຫາຈຶ່ງຄິດວ່າເປັນບັນຫາຂອງຕົວເຄື່ອງ ສົ່ງຜົນກະທົບຕໍ່ພາບລັກແລະຄວາມໜ້າເຊື່ອຖືຂອງແບຣນຜູ້ຜະລິດເຄື່ອງພິມ”

“ຄົນໃຊ້ມຶກແທ້ເທົ່ານັ້ນທີ່ຮູ້” ເນັ້ນຄວາມເຂົ້າໃຈໃນໝູ່ຜູ້ໃຊ້ເຄື່ອງພິມແລະປະຊາຊົນທົ່ວໄປໃນ 4 ດ້ານຄື 1. ຮູ້ຂໍ້ດີ ຂອງການເລືອກໃຊ້ວັດສະດຸການພິມແທ້ແລະຂໍ້ເສຍຂອງການໃຊ້ສິນຄ້າທຽບເທົ່າຫຼືສິນຄ້າປອມ 2. ໄຈ້ແຍກໄດ້ ວ່າວັດສະດຸການພິມຂອງແທ້ເປັນແນວໃດ ດ້ວຍວິທີການສັງເກດແລະກວດສອບສະຕິກເກີໂຮໂລແກມຢູ່ເທິງກ່ອງຜະລິດຕະພັນເບື້ອງຕົ້ນດ້ວຍຕົນເອງ 3. ເລືອກຊື້ໄດ້ຖືກບ່ອນ ຜ່ານຮ້ານໂຕແທນຈຳໜ່າຍທີ່ແບຣນໄດ້ຮັບຮອງໃນຊ່ອງທາງອ໋ອບລາຍແລະອອນລາຍ ລວມທັງການຊື້ເຄື່ອງພິມທີ່ແຖມກ່ອງມຶກຫຼືສະແດງໃຫ້ເຫັນກັບມຶກໃຫ້ຜູ້ບໍລິໂພກກວດສອບກ່ອນຮັບສິນຄ້າ ແທນການຊື້ເຄື່ອງພິມທີ່ຕື່ມມຶກຫຼືໃສ່ກ່ອງມຶກທຽບເທົ່າຫຼືຂອງປອມມາໃຫ້ເພື່ອໃຊ້ວຽກ 4. ໃຊ້ວຽກໄດ້ເຕັມປະສິດທິພາບ ໝັ້ນໃຈໄດ້ໃນຄຸນນະພາບ ຄວາມຄຸ້ມຄ່າ ແລະຍືດອາຍຸການໃຊ້ງານຂອງເຄື່ອງພິມ ທີ່ສຳຄັນທີ່ສຸດຄືການເລືອກໃຊ້ວັດສະດຸການພິມຂອງແທ້ຈະບໍ່ສົ່ງຜົນເສຍຕໍ່ສຸຂະພາບແລະສິ່ງແວດລ້ອມ

ເພື່ອໃຫ້ທຸລະກິດແລະການເຮັດວຽກຂອງລູກຄ້າບໍ່ສະດຸດ ທັງນີ້ການເລືອກໃຊ້ຜະລິດຕະພັນຂອງແທ້ ເຖິງວ່າຈະມີລາຄາສູງກວ່າແຕ່ຈະຊ່ວຍໃຫ້ໃຊ້ວຽກໄດ້ເຕັມປະສິດທິພາບ ໝັ້ນໃຈແລະຄຸ້ມຄ່າກວ່າໃນໄລຍະຍາວ