ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກຳປູເຈຍ ໃຫ້ແກ່ ສປປ ລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ພະຈິກ 2020, ທີ່ອາຄານກຽດຕິຍົດ, ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ມອບໂດຍ ສົມເດັດ ປີໄຈ ເສນາເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອາຈັກກຳປູເຈຍ ແລະ ຕາງໜ້າຮັບໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານລັດຖະມົນຕີກະຊວງກ່ຽວຂ້ອງ ພ້ອມການນຳທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສົມເດັດ ປີໄຈ ເສນາ ເຕຍບັນ ກ່າວວ່າ: ຂ້າພະເຈົ້າ ໄດ້ຕາງໜ້າລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ນຳເອົາເຄື່ອງຊ່ວຍເຫຼືອປະກອບມີຜ້າປິດປາກ 2 ລ້ານກວ່າອັນ ແລະ ອຸປະກອນການແພດ ຈາກລັດຖະບານ ເເລະ ປະຊາຊົນກຳປູເຈຍ ມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອສະໜັບສະໜູນວຽກງານປ້ອງກັນ ຕ້ານພະຍາດພະຍາດ-19.
ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຂອບໃຈເປັນຢ່າງສູງມາຍັງ ສົມເດັດ ປີໄຈ ເສນາເຕຍບັນ ໃນນາມຕ່າງໜ້ານາຍົກລັດຖະມົນຕີ ແລະ ປະຊາຊົນກຳປູເຈຍ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳໃຊ້ເຂົ້າໃນການຕ້ານ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມທັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີເປັນອ້າຍນ້ອງຂອງປະຊາຊົນກຳປູເຈຍ ທີ່ໄດ້ບິແບ່ງຄວາມຊ່ວຍເຫຼືອປະຊາຊົນລາວ.