10 ປະເທດອາຊຽນ ພ້ອມ 5ປະເທດຄູ່ຮ່ວມ ລົງນາມສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ (ແບບທາງໄກ)

596

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 4 (ແບບທາງໄກ) ພາຍໃຕ້ການເປັນປະທານໂດຍພະນະທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ນາງ Jacinda Adern ນາຍົກລັດຖະມົນຕີ ນິວຊີແລນ ໃນນາມປະເທດປະສານງານໃຫ້ແກ່ບັນດາປະເທດຄູ່ຮ່ວມເຂດການຄ້າເສລີອາຊຽນໃນຂອບວຽກອາເຊັບ, ພ້ອມດ້ວຍບັນດາປະມຸກລັດຈາກປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມ ເຊັ່ນ: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນິວ ຊີແລນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມໃນຄັ້ງນີ້, ບັນດາຜູ້ນໍາອາເຊັບ ໄດ້ສະແດງຄວາມຊົມເຊີຍມາຍັງ ສສ ຫວຽດນາມ ໃນຖານະປະທານອາຊຽນ ຕໍ່ການກະກຽມເປັນເຈົ້າພາບຈັດກອງປະຊຸມທີ່ເປັນປະຫວັດສາດສໍາຄັນ ແລະ ຜົນສໍາເລັດອັນຍິ່ງໃຫຍ່ຄັ້ງນີ້ ເຊິ່ງບັນດາຜູ້ນໍາອາເຊັບໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາ ການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ພາຍຫຼັງ 8 ປີຂອງການເຈລະຈາສັນຍາພາກພື້ນທີ່ສໍາຄັນດັ່ງກ່າວ.

ການລົງນາມໃນຄັ້ງນີ້ປະກອບມີ 15ປະເທດ ໃນນັ້ນມີ 10ປະເທດອາຊຽນ ຄື: ໄທ, ຫວຽດນາມ, ກໍາປູເຈຍ ສິງກະໂປ, ສປປ ລາວ, ອິນໂດເນເຊຍ, ມຽນມາ, ມາເລເຊຍ, ບຣູໄນ; ແລະ ຟິລິບປິນ; ພ້ອມດ້ວຍ 5ປະເທດຄູ່ຮ່ວມຄື: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວ ຊີແລນ. ຂະນະທີ່ຕ່າງໜ້າ ສປປ ລາວ ຮ່ວມລົງນາມໃນຄັ້ງນີ້ ແມ່ນ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ໂດຍການເປັນສັກຂີພິຍານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ການລົງນາມສັນຍາອາເຊັບ ເປັນການສົ່ງສັນຍານໄປທົ່ວໂລກໃຫ້ຮັບຮູ້ວ່າ ພາກພື້ນອາເຊັບນີ້ ເປັນພາກພື້ນທີ່ມີທ່າແຮງ ແລະ ເປີດກວ້າງຕໍ່ບັນດາທຸລະກິດທົ່ວໂລກທາງດ້ານການຄ້າ ແລະ ການລົງທຶນ, ແລະ ທັງເປັນການກະຕຸກຊຸກຍູ້ເສດຖະກິດໂລກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນໍາອີກ; ສິ່ງສໍາຄັນບາດກ້າວຕໍ່ໄປແມ່ນການເຮັດໃຫ້ສັນຍາອາເຊັບນີ້ ນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາຢ່າງແທ້ຈິງມາສູ່ພາກພື້ນ ໂດຍການເລັ່ງລັດໃຫ້ສັນຍາມີຜົນບັງຄັບໃຊ້ ແລະ ກະຕຸກຊຸກຍູ້ໃຫ້ສາມາດປັບຕົວເຂົ້າກັບສະພາບການໃໝ່, ມີຄວາມທັນສະໄໝ ແລະ ຮອບດ້ານ, ມີຄຸນນະພາບສູງ ແລະ ນໍາມາຊຶ່ງຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ ແລະ ການພັດທະນາຂອງພາກພື້ນ.

ແນວໃດກໍຕາມ ສປປ ລາວ ມີສະຖານະພາບເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ໃນສັນຍາ ອາເຊັບນີ້, ສປປ ລາວ ໄດ້ຮັບຂໍ້ໂຍະຍານຫຼາຍດ້ານໃນດ້ານເວລາການຈັດຕັ້ງປະຕິບັດສັນຍາ ແລະ ການຊ່ວຍເຫຼືອຜ່ານການຮ່ວມມືທາງດ້ານເສດຖະກິດ. ໃນນີ້, ການເປີດຕະຫຼາດສິນຄ້າ, ບັນດາປະເທດຄູ່ຮ່ວມເຈລະຈາ ກໍລະເວັ້ນໃນການຮຽກຮ້ອງການເປີດຕະຫຼາດສິນຄ້າຈາກປະເທດດ້ອຍພັດທະນາ, ໃນຂະນະດຽວກັນ, ການຄ້າດ້ານການບໍລິການ, ປະເທດດ້ອຍພັດທະນາ ບໍ່ຖືກຮຽກຮ້ອງໃຫ້ຮັບພັນທະ ຫຼື ເປີດຂະແໜງບໍລິການກວ້າງຫຼາຍກວ່າ ລະບຽບການພາຍໃນທີ່ມີຢູ່ຂອງຕົນ.

ປັດຈຸບັນນີ້, ສປປ ລາວ ພວມຂຸ້ນຂ້ຽວ ເພື່ອສ້າງຄວາມງ່າຍດາຍໃນການດໍາເນີນທຸລະກິດ ໂດຍການທົບທວນ, ປັບປຸງ ຫຼື ສ້າງນິຕິກໍາຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ທຸລະກິດ ນັບຕັ້ງແຕ່ການເລີ່ມຕົ້ນສ້າງຕັ້ງທຸລະກິດ ໄປຈົນຮອດ ການດຳເນີນເຄື່ອນໄຫວ ລວມເຖິງການຄ້າຂາຍລະຫວ່າງປະເທດ. ແນວຄິດລິເລີ່ມເຫຼົ່ານີ້ ແນໃສ່ ເພື່ອດຶງດູດການລົງທຶນເພີ່ມຂຶ້ນ ແລະ ເຮັດໃຫ້ສະພາບແວດລ້ອມເອື້ອອໍານວຍໃນການດໍາເນີນທຸລະກິດ ເພື່ອໃຫ້ ສປປ ລາວ ກາຍເປັນສ່ວນໜຶ່ງຂອງຕ່ອງໂສ້ການສະໜອງຂອງພາກພື້ນອາເຊັບ.