ແຈ້ງເຕືອນໄພພະຍຸໝຸນເຂດຮ້ອນວາມກໍ ປະຈຳວັນທີ 13/11/2020 ຍັງເຄື່ອນທີ່ຢູ່ທະເລຈີນໃຕ້ຕອນກາງ ຈະຮອດລາວວັນທີ15ພະຈິກ

199

ພະຍຸໝຸນເຂດຮ້ອນ ວາມກໍ (STS VAMCO) ຫົວທີ 22 ປະຈໍາປີ 2020 ປັດຈຸບັນຍັງເຄື່ອນທີຢູ່ທະເລຈີນໃຕ້ຕອນກາງ, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 13 ພະຈິກ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15.3 ອົງສາ ເໜືອ ແລະ ເສັ້ນແວງທີ 115.9 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດຢູ່ໃກ້ຈຸດສູນກາງຂອງພະຍຸແມ່ນ 120 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ, ພະຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນກາງຄືນຂອງວັນທີ 14 ພະຈິກ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານພາກາງ ຫາ ພາກເໜືອດ້ານຕາເວັນອອກຂອງ ສປປ ລາວ ໃນໄລຍະວັນທີ 15 ຫາ 16 ພະຈິກ 2020.

ຈະເຮັດໃຫ້ມີຝົນໃນລະດັບ ປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກ ເໜືອດ້ານຕາເວັນອອກ ໃນໄລຍະວັນທີ 14 ຫາ 16 ພະຈິກ 2020.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ: ແຂວງ ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄຳໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ແລະ ລົມພັດແຮງ, ພ້ອມນີ້ໃຫ້ກະກຽມເກັບມ້ຽນ ຜົນລະປູກໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.