ທ່ານ ນາງ ເຂັມມະນີ ພົນເສນາ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 19

491

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 19 ໃນວັນທີ 10 ພະຈິກ 2020 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແບບທາງໄກ ໃນລະຫວ່າງວັນທີ 12-15 ພະຈິກ 2020.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈິນ ຕ໋ວນ ແອັງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ໃນປີ 2020 ເຊິ່ງກອງປະຊຸມໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດພາຍໃຕ້ເສົາຄ້ໍາເສດຖະກິດທີ່ສະເໜີໂດຍ ສສ. ຫວຽດນາມ ໃນນາມປະທານອາຊຽນ ປີ 2020.


ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ມີການແລກປ່ຽນທັດສະນະຕໍ່ກັບການທົບທວນກາງສະໄໝການຈັດຕັ້ງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງໃນນີ້ບັນດາລັດຖະມົນຕີເສດຖະກິດອາຊຽນຈະໄດ້ຮັບຮອງເອົາບົດລາຍງານຂອງສະພາປະຊາຄົມເສດຖະກິດອາຊຽນຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ບົດລາຍງານເບື້ອງຕົ້ນການທົບທວນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ຮັບຮອງເອົາຖະແຫຼງການທ່ອງທ່ຽວດິຈິຕອນອາຊຽນ.


ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີເສດຖະກິດອາຊຽນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການທີ່ບໍ່ແມ່ນອັດຕາພາສີ ສໍາລັບສິນຄ້າທີ່ມີຄວາມຈໍາເປັນ ພາຍໃຕ້ແຜນປະຕິບັດງານຮ່າໂນ້ຍ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດອາຊຽນ ແລະ ການເຊື່ອມຕໍ່ຕ່ອງໂສ້ການສະໜອງໃນການຮັບມືກັບການແຜ່ລະບາດຂອງ ໂຄວິດ-19. ບົດບັນທຶກສະບັບນີ້ ສ້າງຂຶ້ນເພື່ອອຳນວຍຄວາມສະດວກການນຳເຂົ້າ ແລະ ສົ່ງອອກ ໂດຍເນັ້ນໃສ່ການບໍ່ອອກມາດຕະການທີ່ບໍ່ແມ່ນພາສີ (NTMs) ເພີ່ມຕື່ມ ແລະ ຫຼຸດຜ່ອນຈຳນວນ NTMs ທີ່ມີຢູ່ປະຈຸບັນທີ່ເປັນອຸປະສັກຕໍ່ການຄ້າ ຫຼື ບໍ່ສອດຄ່ອງກັບສັນຍາການຄ້າຕໍ່ສິນຄ້າຈຳເປັນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພວມສືບຕໍ່ແຜ່ລາມທັງໃນພາກພື້ນ ແລະ ສາກົນ.


ນອກນັ້ນ, ບັນດາລັດຖະມົນຕີເສດຖະກິດອາຊຽນຍັງໄດ້ພົບປະກັບ ລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄວ້າ ປະເທດສະວິດ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືລະຫວ່າງອາຊຽນ ແລະ ສະວິດ ໂດຍສະເພາະການກໍານົດຂົງເຂດຂອງການຮ່ວມມືທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການຮັບມືກັບການແຜ່ລະບາດພະຍາດໂຄວິດ-19, ເສດຖະກິດດິຈິຕອນ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການທ່ອງທ່ຽວ ແລະ ການເຊື່ອມຈອດ.