ເມືອງນາຊາຍທອງ ຈັດສຳມະນາການເຂົ້າເຖິງແຫ່ງທຶນ ແລະ ການເຂົ້າເຖິງຕະຫຼາດ ໃຫ້ພາກທຸລະກິດ

172

ໃນວັນທີ 11 ພະຈິກ 2020 ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ ການເຂົ້າຫາແຫຼ່ງທຶນ SME ແລະ ການເຂົ້າເຖິງຕະຫຼາດໃຫ້ພາກທຸລະກິດ ໂດຍການເປັນປະທານຂອງ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຍຊາຍທອງ, ມີ ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຜູ້ປະກອບການ, ຄອບຄົວຕົວແບບ, ສິນຄ້າໂອດ໊ອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ແສງອຸໄທ ດວງມະນີວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ພາກທຸລະກິດ, ກໍຄືກຸ່ມຫັດຖະກໍາຕ່ໍາຫຸກ, ກຸ່ມຫັດຖະກຳຕີໂອ-ຕີຂັນ, ກຸ່ມຫັດຖະກຳຈັກສານ ແລະ ຄອບຄົວຕົວແບບ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການເຂົ້າເຖິງແຫ່ງທຶນ SME ແລະ ການເຂົ້າເຖິງຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດ.

ພ້ອມທັງເປັນການເປີດໂອກາດໃຫ້ເປັນເວທີສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນ ໄດ້ມີໂອກາດແລກປ່ຽນບັນຫາຕ່າງໆໃນການດໍາເນີນທຸລະກິດ, ນະໂຍບາຍຂອງພາກລັດທີ່ມີຕໍ່ພາກເອກະຊົນ ( ຜູ້ປະກອບການ SME ) ໃນແຕ່ລະໄລຍະ.


ນອກນັ້ນ, ຍັງໃຫ້ພາກທຸລະກິດໄດ້ແລກປ່ຽນບົດຮຽນ ແລະ ປະສົບການ ໃນການດໍາເນີດທຸລະກິດ, ປຶກສາຫາລືບັນຫາຕ່າງໆໃນການດໍາເນີນທຸລະກິດ ພ້ອມທັງເໜີບັນຫາຂອງພາກທຸລະກິດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເພາະຈະໄດ້ເປັນເງື່ອນໄຂໜຶ່ງໃນການເຂົ້າເຖິງແຫຼ່ງທຶນອັດຕາດອກເບ້ຍຕ່ຳນໍາສະຖາບັນການເງິນອື່ນໆ ນອກຈາກບ້ວງເງິນ 200 ຕື້ກີບ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຊຸກຍູ້ສົ່ງເສີມພາກທຸລະກິດໃຫ້ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ຈົນສາມາດສ້າງເປັນກຸ່ມການຜະລິດ ແລະ ສ້າງເປັນສະຫະກອນ, ສາມາດແຂ່ງຂັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ.


ໃນກອງປະຊຸມສຳມະນາ ບັນດາຜູ້ປະກອບການທຸລະກິດ, ຄອບຄົວຕົວແບບ, ສິນຄ້າໂອດ໊ອບ ແມ່ນໄດ້ຮັບຟັງການການບັນຍາຍກ່ຽວກັບຂັ້ນຕອນຕ່າງໆໃນການເຂົ້າເຖິງແຫຼ່ງທຶນຂອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍແລະກາງ ແລະ ການເຂົ້າເຖິງຕະຫຼາດ ເພື່ອເພີ່ມໂອກາດໃນການເຂົ້າຫາແຫຼ່ງທຶນຂອງພາກທຸລະກິດ ລວມທັງເປັນແນວທາງໃນການພັດທະນາສິນຄ້າ ໃຫ້ເຂົ້າເຖິງຕະຫຼາດໄດ້ເທື່ອລະກ້າວ.