ຮູ້ຈັກ! ສຸລິຈັນ ເຈົ້າຂອງລາງວັນນັກເຕະດີເດັ່ນ-ດາວຍິງສູງສຸດລາວລີກ 2 ລະເບີດຟອມເກັ່ງກັບເຊກອງ

128

ກາຍເປັນຄວາມຫວັງ ແລະ ດາວເດັ່ນປະຈໍາທີມໄປເລີຍ ສໍາລັບ ສຸລິຈັນ ພະສະແຫວງ ເຈົ້າຂອງ 2 ລາງວັນໃນການແຂ່ງຂັນຄອມມານໂດ ລາວລີກ 2 ຄື: ລາງວັນນັກເຕະດີເດັ່ນ ແລະ ດາວຍິງສູງສຸດ ລະດູການ 2020 ຫຼ້າສຸດລົງແຂ່ງຂັນໃຫ້ກັບທີມແຂວງເຊກອງ ສາມາດຍິງປະຕູໄຊໃຫ້ກັບທີມເອົາຊະນະ ແຂວງວຽງຈັນ 2-0 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດ ເມື່ອວັນທີ 9 ພະຈິກ ທີ່ຜ່ານມາ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມນອກ.

ນັດດັ່ງກ່າວ ທີມແຂວງເຊກອງ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ແປັບຊີ ນາທີໆ 58 ກ່ອນທີ່ ສຸລິຈັນ ຈະມາຍິງປະຕູໄຊນາທີໆ 62 ຊ່ວຍທີມເອົາຊະນະ ແຂວງວຽງຈັນ 2-0 ຈາກຜົນດັ່ງກ່າວ ເຮັດໃຫ້້ ເຊກອງ ລົງສະໜາມ 2 ນັດມີ 4 ຄະແນນຢຶດທີມນໍາກຸ່ມ ຂ, ອັນດັບ 2 ຂອງກຸ່ມແມ່ນແຂວງຈໍາປາສັກ ລົງສະໜາມ 1 ນັດມີ 3 ຄະແນນ, ສ່ວນແຂວງວຽງຈັນ ລົງສະໜາມ 2 ນັດມີິ 1 ຄະແນນເທົ່າກັບ ອຸດົມໄຊ ແລະ ຜົ້ງສາລີ.

ຫຼັງຈົບການແຂ່ງຂັນ ສຸລິຈັນ ໃຫ້ສໍາພາດວ່າ: ນັດນີ້ຂໍຊົມເຊີຍນັກເຕະທຸກຄົນທີ່ຫຼິ້ນກັນໄດ້ດີຂຶ້ນເລື້ອຍໆ ເຊິ່ງມັນສະແດງອອກໃນເຄິ່ງເວລາທໍາອິດພວກເຮົາບໍ່ສາມາດເຈາະກອງຫຼັງຄູ່ແຂ່ງໄດ້, ສ່ວນເຄິ່ງເວລາທີ 2 ພວກເຮົາສ້າງໂອກາດ ແລະ ສາມາດຍິງປະຕູໄດ້ ຈົນໄດ້ຮັບໄຊຊະນະ ເຊິ່ງນີ້ກໍເປັນປະຕູທໍາອິດຂອງຕົວເອງໃນລາຍການນີ້. ຢ່າງໃດກໍຕາມ ພວກເຮົາຍັງມີງານໜັກລໍຖ້າຢູ່ຄືພົບກັບແຂວງຈໍາປາສັກ ໃນວັນທີ 11 ພະຈີກ 2020 ແລະ ພວກເຮົາຈະເຮັດໃຫ້ດີທີ່ສຸດ ເພື່ອເກັບຄະແນນໃຫ້ໄດ້.

“ ເລີ່ມເຕະບານແຕ່ນ້ອຍນັບຕັ້ງແຕ່ປີ ປ 2 ແລະ ຕິດທີມໂຮງຮຽນປະຖົມ ຊີງຂັນທົ່ວແຂວງ ກ່ອນທີ່ຈະສາມາດຕິດທີມປະສົມແຂວງ ມາຮອດປີ ມ 2 ຈົນມາຮອດຕໍ່ທີ່ ມະຫາວິທະຍາແຫ່ງຊາດ ໃນຄະນະສັບພະວິຊາ ທີ່ນະຄອນຫຼວງວຽງຈັນ ໃນປີ 2009, ເຊິ່ງກໍຕິດທີມໂຮງຮຽນ ສັບພະວິຊາ ໃນການແຂ່ງຂັນທົ່ວມະຫາວິທະຍາໄລ ໃນປີ 2010 ຈົນສາມາດຕິດທີມຊາດຟຸດຊໍ ໄປຮ່ວມລາຍການຊີງແຊັມອາຊີ ຢູ່ປະເທດໄທ, ຫວຽດນາມ ແລະ ມຽນມາ ລວມເຖິງໄປແຂ່ງຂັນໃນຊີເກມ 2015 ” ສຸລິຈັນ ເກີດວັນທີ 12 ກໍລະກົດ 1994 ເລົ່າເຖິງຈຸດເລີ່ມຕົ້ນການເປັນນັກເຕະ.

ສຸລິຈັນ ເລົ່າອີກວ່າ: ຫຼັງຮຽນຈົບ ມະຫາວິທະຍາໄລ ໃນປີ 2014 ກໍໄດ້ໂອກາດລົງແຂ່ງຂັນໃນລາວພຣີເມຍລີກ ໃນປີ 2015 ກັບທີມໄອດີຊີ ຈໍາປາສັກ ໄລຍະ 1 ປີ ກ່ອນຈະເຊົາເຕະບານໃນລີກ ກັບມາເຮັດວຽກຢູ່ບ້ານເກີດ ແລະ ເຄື່ອນໄຫວເຕະບານໃນລາຍການທີ່ບໍ່ເປັນທາງການ ຈົນຫຼ້າສຸດໃນປີ 2020 ໄດ້ຫຼິ້ນໃຫ້ກັບ ເອັສທີທີ ເອັຟຊີ ກໍສາມາດຄວ້າ 2 ລາງວັນນັກເຕະດີເດັ່ນ ແລະ ລາງວັນດາວຍິງສູງສຸດໃນລາວລີກ 2 ລະດູການ 2020 ຈາກຜົນງານຍິງໄປທັງໝົດ 17 ປະຕູ.

ສໍາລັບ ສຸລິຈັນ ຍັງມີພາລະກິດສໍາຄັນຄືພາແຂວງເຊກອງ ລົງສະໜາມ 2 ນັດສຸດທ້າຍໃນຮອບແບ່ງກຸ່ມ ເພື່ອລຸ້ນເຂົ້າຮອບໂດຍນັດຕໍ່ໄປຈະພາ ເຊກອງ ພົບກັບ ຈໍາປາສັກ ໃນວັນທີ 11 ພະຈິກ 2020 ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ ເວລາ 15:00 ໂມງ ແລະ ນັດສຸດທ້າຍພົບກັບ ອຸດົມໄຊ ໃນວັນທີ 13 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນເວລາ 17:00 ໂມງ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ