ສາຍ ຄ ແລະ ສາຍ ງ ເລີ່ມແຂ່ງຂັນມື້ນີ້ ໃນບານເຕະທົ່ວປະເທດ ໄປເບິ່ງຄວາມພ້ອມຂອງສາຍ ງ

115

ຫຼ້າສຸດໃນຕອນເຊົ້າຂອງວັນທີ 9 ພະຈິີກ 2020 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວກຽມຄວາມພ້ອມກ່ອນການແຂ່ງຂັນຂອງສາຍ ຄ ແລະ ສາຍ ງ ເຊິ່ງສະບັບນີ້ພວກເຮົາເຮົາຈະໄປເບິ່ງຄວາມພ້ອມຂອງສາຍ ງ ປະກອບມີ ແຂວງສະຫວັນນະເຂດ, ບໍ່ແກ້ວ, ບໍລິຄໍາໄຊ ແລະ ຫົວພັນ.

ທ່ານ ອຸລະ ນ້ອຍວິໄຊ ຫົວໜ້າຄູຝຶກຂອງແຂວງສະຫວັນນະເຂດ ກ່າວວ່າ: ເຂົ້າເກັບຕົວຝຶກຊ້ອມໃນກາງເດືອນຕຸລາ ແລະ ປັດຈຸບັນມີຄວາມພ້ອມ 95%, ສ່ວນນັກກີລາແມ່ນໄດ້ຕັດນັກກີລາຊຸດກຽມໄປກີລາແຫ່ງຊາດ ຄັ້ງທີ 11 ອອກໄປເຄິ່ງໜຶ່ງ ແລະ ເຂົ້າມາເສີມແມ່ນນັກຮຽນນັກສຶກສາ ເພື່ອຢາກສ້າງນັກເຕະຮຸ່ນໃໝ່ເພື່ອທົດແທນ ແນ່ນອນເປົ້າໝາຍຂອງພວກເຮົາຈະເຮັດເຕັມທີ່ໃນທຸກໆນັດ ເພາະທຸກແຂວງມາດີທີ່ສຸດ.

ທ່ານ ສິນອຸດົມ ສຸທິປັນຍາ ຫົວໜ້າຄູຝຶກແຂວງບໍ່ແກ້ວ ກ່າວວ່າ: ພວກເຮົາໄດ້ມີການຄັດເລືອກນັກກີລາ ແລະ ເຂົ້າສູນຝຶກຊ້ອມເປັນໄລຍະເວລາ 4 ອາທິດ ເຊິ່ງລາຍການນີ້ພວກເຮົາຕັ້ງເປົ້າໝາຍໃຫ້ເຂົ້າຮອບ 4 ທີມສຸດທ້າຍ ແລະ ນັດທໍາອິດທີ່ຈະພົບກັບ ບໍລິຄໍາໄຊ ກໍຫວັງ 3 ຄະແນນໃຫ້ໄດ້.

ທ່ານ ຂັນໄຊ ພະກາສີ ຫົວໜ້າຄູຝຶກຂອງແຂວງບໍລິຄໍາໄຊ ກ່າວວ່າ: ໃຊ້ເວລາເກັບຕົວນັກກີລາ 4 ອາທິດ ໂດຍນັກກີລາແມ່ນຍັງໜຸ່ມນ້ອຍ ແລະ ເປົ້າໝາຍພວກເຮົາແມ່ນຫວັງເຂົ້າຮອບຕໍ່ໄປໃຫ້ໄດ້ ເຊິ່ງພວກເຮົາຈະເຮັດດີທີ່ສຸດໃນທຸກໆນັດທີ່ລົງແຂ່ງຂັນ.

ທ່ານ ຫຼຽນສັນຕິ ໂຫຼຍຮັກ ຫົວໜ້າຄູຝຶກແຂວງຫົວພັນ ກ່າວວ່າ: ໄລຍະເຂົ້າສູນຝຶກຊ້ອມ 3 ອາທິດ ແມ່ນມີຄວາມພ້ອມເຕັມທີ່ ເຊິ່ງນັດທໍາອິດທີ່ຈະພົບກັບແຂວງສະຫວັນນະເຂດ ຖືວ່າເປັນງານໜັກສົມຄວນ, ສ່ວນນັກເຕະຊຸດນີ້ແມ່ນພວກເຮົາແມ່ນໃຊ້ນັກເຕະພາຍໃນແຂວງ 100% ໂດຍພວກເຮົາຈະເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອເກັບຄະແນນໃຫ້ໄດ້.

ສໍາລັບ ການແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ສາຍ ກ ແລະ ສາຍ ຂ ແຂ່ງໄປສໍາເລັດແລ້ວ 8 ນັດມາຮອດມື້ນີ້, ສ່ວນສາຍ ຄ ແລະ ສາຍ ງ ຈະເລີ່ມແຂ່ງຂັນໃນມື້ນີ້ວັນທີ 10 ພະຈິກ 2020 ດັ່ງນີ້:
-ສາຍ ຄ: ຫຼວງນໍ້າທາ ພົບ ອັດຕະປື ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ເວລາ 17:00 ໂມງ ແລະ ອີກຄູ່ ໄຊຍະບູລີ ພົບ ຫຼວງພະບາງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມນອກ ເວລາ 15:00 ໂມງ.
-ສາຍ ງ: ສະຫວັນນະເຂດ ພົບ ຫົວພັນ ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ແກ້ວ ພົບ ບໍລິຄໍາໄຊ ທີ່ສະໜາມກອງທັບ ເວລາ 15:00 ໂມງເທົ່າກັນ.