ແຂວງສະຫວັນນະເຂດ ມອບເງິນອຸດໜູນນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ໃຫ້ 85 ທ່ານ ລວມເປັນເງິນ 2ຕື້ 78ລ້ານກວ່າກີບ

131

ຕອນເຊົ້າວັນທີ 5 ພະຈິກ 2020 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເງິນອຸດໜູນນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ, ໂດຍການເຂົ້າຮ່ວມຂອງທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ, ມີບັນດາທ່ານໃນຄະນະຄົ້ນຄວ້ານະໂຍບາຍຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍບັນດາທ່ານນັກປະຕິວັດອາວຸໂສ ຍາດພີ່ນ້ອງ ແລະ ຄອບຄົວຂອງຜູ້ໄດ້ຮັບນະໂຍບາຍ ເຂົ້າຮ່ວມ.


ທ່ານ ວາລິນ ອິນທະສອນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໜູນເສຍສະຫຼະຊີວິດ ປະຈຳປີ 2020 ອະນຸມັດເງິນອຸດໜູນເສຍສະຫຼະຊີວິດໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຈຳນວນ 85 ທ່ານ ເປັນເງິນທັງໝົດ 2ຕື້ 78 ລ້ານກວ່າກີບ.


ໂອກາດນີ້ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການປະຈຳພັກແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ ໄດ້ຕາງໜ້າໃຫ້ຄະນະພັກ-ອຳນາດການປົກຄອງແຂວງສະຫວັນະເຂດ ມອບເງິນອຸດໜູນນະໂຍບາຍ ໃຫ້ຄອບຄົວຍາດພີ່ນ້ອງ ຂອງຜູ້ທີ່ເສຍສະຫຼະຊີວິດ ເຊິ່ງມີ 85 ທ່ານ ໃນນັ້ນມີ ນະຄອນໄກສອນພົມວິຫານ 5 ທ່ານ, ເມືອງອາດສະພອນ 35 ທ່ານ, ເມືອງນອງ 13 ທ່ານ, ເມືອງທ່າປາງທອງ 24 ທ່ານ, ເມືອງພີນ 5 ທ່ານ, ເມືອງຈຳພອນ 5 ທ່ານ ແລະ ເມືອງອຸທຸມພອນ 1 ທ່ານ ລວມເປັນເງິນທັງໝົດ 2 ຕື້ 78 ລ້ານກວ່າກີບ.


ຈາກນັ້ນທ່ານວຽງທະວີສອນ ເທບພະຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ນັກປະຕິວັດອາວຸໂສ ແລະ ຍາດພີ່ນ້ອງຂອງຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງສະແດງໃຫ້ເຫັນເຖິງການເສຍສະຫຼະເລືອດເນື້ອ ເພື່ອກອບກູ້ເອົາປະເທດຊາດ ເຮັດໃຫ້ຄົນຮຸ່ນຫຼັງມີຄວາມສະຫງົບສຸກ ສາມາດສ້າງສາພັດທະນາໃນໄລຍະໃໝ່.

ຈຳນວນເງິນທີ່ໄດ້ຮັບໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ນ້ຳໃຈຮັກຊາດ ຂອງຍາດພີ່ນ້ອງຜູ້ທີ່ເສຍຊີວິດ, ດັ່ງນັ້ນທຸກຄົນກໍຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວໃຫ້ດີຂຶ້ນ ເຊິ່ງເປັນໜຶ່ງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

ແຫຼ່ງທີ່ມາ:ວິທະຍຸກະຈາຍສຽງ ສະຫວັນນະເຂດ