ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ນຳເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອ ພໍ່ແມ່ປະຊາຊົນ 5 ບ້ານເມືອງສອງຄອນ

110

ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ຈຳນວນ 54 ຮ້ານ ໄດ້ໂຮມນໍ້າໃຈປຸກລະດົມຂົນຂວາຍເຄື່ອງອຸປະໂພກ-ບໍລິໂພກ ເຊັນ: ເຂົ້າສານເຂົ້າໜ້ຽວ, ປາກະປ່ອງ, ໝີ່ໄວໆ, ນໍ້າປາ, ເກືອ,ແປັງນົວ, ນໍ້າດື່ມ ແລະ ອື່ນໆ ລວມມູຄ່າ 35 ລ້ານກວ່າກີບ ໄປຊ່ວຍເຫຼືອພໍ່ແມ່ປະຊາຊົນຈາກ 5 ບ້ານ ຂຶ້ນກັບ ເມືອງສອງຄອນ ແຂວງສະຫວັນນະເຂດ ລວມທັງໝົດ 668 ຄອບຄົວ ທີ່ກຳລັງປະສົບໄພທຳມະຊາດ ນໍ້າຖ້ວມ ໃນປັດຈຸບັນ.

ໃນຕອນເຊົ້າວັນທີ 6 ພະຈິກ 2020 ທີ່ປໍ້ານໍ້າມັນ ປຕທ ວິທະຍາເຂດຫຼັກ 21 ເມືອໃໄຊທານີ ນະຄອນຫຼວງວຽງຈັນ ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ໄດ້ອອກເດີນທາງນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆຫຼາຍລາຍການ ມຸ້ງໜ້າສູ່ພາກໃຕ້ ເພື່ອໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ 5 ບ້ານ ລວມທັງໝົດ 668 ຄອບຄົວ ພາຍໃນເມືອງສອງຄອນ ແຂວງສະຫວັນນະເຂດ ທີ່ປະສົບໄພນໍ້າຖ້ວມ ນຳທີມໂດຍທ່ານ ຄຳແພງ ເຜົ້າບົວວົງ ປະທານກຸ່ມກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ແລະ ທ່ານ ພູວົງ ອິນທະວົງສາ ຮອງປະທານກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ພ້ອມດ້ວຍບັນດາສະມາຊິກກຸ່ມຮ້ານອາຫານດັ່ງກ່າວ ຮ່ວມເດີນທາງດ້ວຍກັນ 50 ກວ່າຄົນ.

ທ່ານ ຄຳແພງ ເຜົ້າບົວວົງ ໃຫ້ສຳພາດວ່າ: ການເດີນໃນຄັ້ງນີ້ ພວກເຮົາກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ແມ່ນຈຸດປະສົງເປົ້າໝາຍດຽວກັນ ດ້ວຍການນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆຫຼາຍລາຍການ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ 5 ບ້ານ ຈາກເມືອງສອງຄອນ ແຂວງສະຫວັນນະເຂດ ຊຶ່ງເຄື່ອງເຫຼົ່ານີ້ ປະກອບມີ ເຂົ້າສານເຂົ້າໜ້ຽວ, ປາກະປ່ອງ, ໝີ່ໄວໆ, ນໍ້າປາ, ເກືອ,ແປັງນົວ, ນໍ້າດື່ມ ແລະ ອື່ນໆ ລວມມູຄ່າ 35 ລ້ານກວ່າກີບ, ໃນນັ້ນ ສຳລັບໝູ່ບ້ານທີ່ຈະໄດ້ຮັບເຄື່ອງຊ່ວຍເຫຼືອ ປະກອບມີ 3 ຈຸດ ກໍຄື ຈຸດທີ 1 ບ້ານຫ້ວຍຄໍ້ ວັງແຊ ເປັນໝູ່ບ້ານຊົນເຜົ່າ ມີ 66 ຄອບຄົວ ຈຳນວນ 66 ຖົງ, ຈຸດທີ 2 ລວມສອງໝູ່ບ້ານເປັນຈຸດດຽວ ທີມງານຈະໄປຕັ້ງຢູ່ບ້ານນາທັງ ແລະ ບ້ານພະແລງ, ໃນນັ້ນ ບ້ານນາທັງມີ 198 ຄອບຄົວ ຈຳນວນ 198 ຖົງ ແລະ ບ້ານພະແລງມີ 120 ຄອບຄົວ ຈຳນວນ 120 ຖົງ ແລະ ຈຸດທີ 3 ລວມສອງບ້ານ ມີບ້ານດອນມ່ວງ ແລະ ບ້ານຊະແຍກ ສະເພາະບ້ານດອນມ່ວງມີ 135 ຄອບຄົວ ຈຳນວນ 135 ຖົງ ແລະ ບ້ານຊະແຍກ ມີ 148 ຄອບຄົວ ລວມມີ ຈຳນວນ 148 ຖົງ.