ຊາກໍແມນ ແຂວງຜົ້ງສາລີ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຢ່າງເປັນທາງການ

317

ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດ “ຊາກໍແມນ” ໃຫ້ແກ່ສະມາຄົມສົ່ງເສີມຊາກໍແມນ ຢ່າງເປັນທາງການ ໃນວັນທີ 02 ພະຈິກ 2020 ນີ້, ພິທີມອບໃບຢັ້ງຢືນດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງ ສຳນັກງານປົກຄອງ ແຂວງຜົ້ງສາລີ ຊຶ່ງມອບໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍ ທ່ານ ຄຳພັນ ຈັງຕິງຢົງ ປະທານສະມາຄົມສົ່ງເສີມຊາກໍແມນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆ ຜົ້ງສາລີ, ມີທ່ານຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຜົ້ງສາລີ, ທ່ານຫົວໜ້າກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB), ສະມາຊິກສະມາຄົມສົ່ງເສີມຊາກໍແມນ, ບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.


ການຈົດທະບຽນປົກປ້ອງຖິ່ນກໍາເນີດຊາກໍແມນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບທີ່ມີເອກະລັກສະເພາະຂອງ ຊາກໍແມນ ຊຶ່ງມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ ໄດ້ຫຼາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ຈະອະນຸລັກຕໍ່ໆໄປຢ່າງຍືນຍົງ.

ການຈົດທະບຽນປົກປ້ອງຖິ່ນກໍາເນີດຊາກໍແມນ ໃນຄັ້ງນີ້ ຈະເປັນການປະກອບສ່ວນເຮັດໃຫ້ຄຸນນະພາບທີ່ມີເອກະລັກສະເພາະຂອງ ຊາກໍແມນ ແຂວງຜົ້ງສາລີ ໃຫ້ໄດ້ຮັບການປົກປັກຮັກສາ, ສົ່ງເສີມໃຫ້ເປັນທີ່ຮັບຮູ້ກວ້າງຂວາງຂຶ້ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນທີ່ຍອມຮັບຂອງຜູ້ບໍລິໂພກຫຼາຍຂຶ້ນ ຊຶ່ງເຮັດໃຫ້ຊາກໍແມນ ມີມູນຄ່າສູງຂຶ້ນ ໂດຍຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດ ຕາມທິດການພັດທະນາສີຂຽວ ແລະ ປົກປັກຮັກສາພູມປັນຍາທ້ອງຖິ່ນແບບດັ້ງເດີມທີ່ສືບທອດມາຫຼາຍເຊັ່ນຄົນ ໃຫ້ຍືນຍົງຕະຫຼອດໄປ.


ໃນໂອກາດນີ້, ທ່ານ  ນາງ ຂັນລາສີ ແກ້ວບຸນພັນ ໄດ້ໃຫ້ຮູ້ວ່າ: ວຽກງານຖິ່ນກໍາເນີດໄດ້ລິເລີ່ມມາແຕ່ປີ 2007 ໂດຍແມ່ນກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການພັດທະນາຂອງປະເທດຝຣັ່ງ ຫຼື AFD ໄດ້ຈັດຕັ້ງປະຕິບັດ ໂຄງການແຫຼ່ງກໍາເນີດຜະລິດຕະພັນ (PEIG) ໂດຍໄດ້ມີການສຶກສາກ່ຽວກັບສິນຄ້າເອກະລັກທ້ອງຖິ່ນທີ່ມີທ່າແຮງ ເພື່ອຈົດທະບຽນຖິ່ນນຳເນີດຈຳນວນທັງໝົດ 19 ລາຍການ ແລະ ໃນນັ້ນໄດ້ມີການລົງເລິກສຶກສາຄວາມເປັນໄປໄດ້ ທາງດ້ານຕະຫຼາດ ແລະ ເສດຖະກິດ ຂອງການຈົດທະບຽນຖິ່ນກໍາເນີດຂອງສິນຄ້າເອກະລັກທ້ອງຖິ່ນຈໍານວນ 5 ລາຍການຄື: 1). ກາເຟພູພຽງບໍລະເວນ, 2). ໄຄແຜ່ນຫຼວງພະບາງ, 3) ຜ້າໄໝລາວ, 4) ເຂົ້າໄກ່ນ້ອຍ ຈາກແຂວງຊຽງຂວາງ ແລະ ຜົ້ງສາລີ, 5) ຊາຈາກເມືອງປາກຊ່ອງ ແລະ ຜົ້ງສາລີ.


ຜ່ານການກະກຽມ ເປັນໄລຍະເວລາເກືອບ 2 ປີ, ມາຮອດໃນວັນທີ 24 ກຸມພາ 2020 ສະມາຄົມສົ່ງເສີມຊາກໍແມນ ຈຶ່ງໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດຊາກໍແມນ ແລະ ມາຮອດໃນວັນທີ 14 ກັນຍາ 2020 ກົມຊັບສິນທາງປັນຍາ ຈຶ່ງໄດ້ຈົດທະບຽນຖິ່ນກໍາເນີດຊາກໍແມນຢ່າງເປັນທາງການ.


ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ