ສະພາແຫ່ງຊາດ​ຮັບຮອງການສະເໜີແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນ ລມຕ ກະຊວງພາຍໃນ ແລະ ທ່ານ ຄໍາເຈນ ວົງໂພສີ ເປັນຫົວໜ້າຫ້ອງວ່າການ ສນຍ

1202

ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 30 ຕຸລາ 2020 ສະມາຊິກສະພາແຫ່ງຊາດພ້ອມກັນພິຈາລະນາຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂອງລັດຖະບານ ບາງຕໍາແໜ່ງຕາມການສະເໜີຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກ່າວວ່າ: ໃນວາລະທໍາອິດຂອງກອງປະຊຸມໃນມື້ນີ້ວັນທີ 30 ຕຸລາ 2020 ກອງປະຊຸມພວກເຮົາຈະໄດ້ພິຈາລະນາຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ; ອີງຕາມກົດໝາຍວ່າດ້ວຍສະພາແຫ່ງຊາດສະບັບປັບປຸງປີ 2020 ໂດຍສະເພາະມາດຕາ 33 ຂໍ້ 2.3. 2.9 ກ່ຽວກັບການຍົກຍ້າຍສະມາຊິກລັດຖະບານແມ່ນສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ.

ທ່ານ ເພັດ ພົມພິພັກ

ສະນັ້ນ, ໃນຕອນແລງວານນີ້ ວັນທີ 29 ຕຸລາ 2020 ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ກໍ່ໄດ້ມີການປຶກສາຫາລື ແລະ ເຫັນດີຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍສະມາຊິກລັດຖະບານຈໍານວນ 2ທ່ານ ເຊິ່ງມີລາຍລະອຽດດັ່ງນີ້: 1 ເຫັນດີຍົກຍ້າຍທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ; 2 ເຫັນດີຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້.

ສໍາລັບການສະເໜີແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງນາຍົກລັດຖະມົນຕີ ແມ່ນຈະພິຈາລະນາ ແລະ ຮັບຮອງເອົາໃນວາລະມື້ນີ້.

 

ທ່ານ ຄໍາເຈນ ວົງໂພສີ

ຈາກນັ້ນທ່ານ ນາງ ສວນສະຫວັນ ວິຍະເກດ  ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຂຶ້ນຜ່ານຄຳສະເຫນີຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງທ່ານ ຄໍາເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ເປັນ ລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະເໜີແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນເປັນ ລັດຖະມົນກະຊວງພາຍໃນ.

ທ່ານ ທອງຈັນ ມະນີໄຊ

ພາຍຫຼັງການພິຈາລະນາຢ່າງຖີ່ຖ້ວນ ແລະ ກົງໄປກົງມາ ຕາມຊີວະປະຫວັດ, ຄຸນວຸດທິການສຶກສາ ແລະ ການເຄື່ອນໄຫວວຽກງານຕົວຈິງ ຂອງບັນດາທ່ານ ທີ່ໄດ້ຖືກແຕ່ງຕັ້ງ , ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຂັ້ນການນຳຂອງລັດຖະບານ.