ຈຳປາສັກ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວ ຄັ້ງທີ VIII

294

ກອງປະຊຸມໃຫຍ່ອົງຄະນະພັກແຂວງຈຳປາສັກໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 29 ຕຸລາ 2020 ຢູ່ທີ່ສະໂມສອນຫຼັກ 4 ແຂວງຈໍາປາສັກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ,ຮອງປະທານປະະເທດ ສປປລາວ, ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ, ມີການນໍາຂັນສູນກາງ,ຄະນະບໍລິຫານງານພັກແຂວງຈໍາປາສັກ,ສາລະວັນ,ເຊກອງ,ອັດຕະປື, ມີພະນັກງານ-ສະມາຊິກພັກປະຕິວັດ-ອາວຸໂສບຳນານ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນສົມບູນຕ່າງໜ້າໃຫ້ສະມາຊິກພັກທົ່ວແຂວງເຂົາຮ່ວມ 410 ສະຫາຍ, ຍິງ 43 ສະຫາຍ. ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງທັງໝົດ 27 ພັນກ່ວາ ສະຫາຍ.


ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຈໍາປາສັກ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການໂດຍກ່າວວ່າ: ຕະຫຼອດໄລຍະ 5 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານທີ່ມີຫຼັກການຂອງພັກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງຈໍາປາສັກ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ອະນຸພາກພື້ນ ຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ປະເທດຊາດ ກໍຄືແຂວງຈໍາປາສັກ ໄດ້ປະເຊີນກັບໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດຕາມລະດູການ; ໂດຍສະເພາະມາຮອດປັດຈຸບັນ ພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໜັກອອກເປັນບໍລິເວນກວ້າງໃນທົ່ວໂລກ ໃນນັ້ນ ປະເທດພວກເຮົາກໍໄດ້ຮັບຜົນກະທົບຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງແຂວງຈຳປາສັກ;


ເຖິງແນວ ໃດກໍຕາມ ຍ້ອນແນວທາງນະໂຍບາຍອັນສະຫຼາດ, ສ່ອງໃສຂອງພັກ-ລັດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບສູງຂອງຄະນະພັກ, ອົງການປົກຄອງແຂວງ, ບັນດາສະຫາຍສະມາຊິກພັກ-ພະນັກງານ ແລະ ຄວາມເປັນເຈົ້າການຂອງປະຊາຊົນ ບັນດາເຜົ່າຊາວແຂວງ ຈໍາປາສັກ ຈຶ່ງເຮັດໃຫ້ແຂວງຈຳປາສັກ ສາມາດຜ່ານຜ່າອຸປະສັກ, ຂໍ້ຫຍຸ້ງຍາກໄດ້ຢ່າງໜ້າພາກພູມໃຈ; ແລະມີຄວາມປຶ້ມປິຕິຍິນດີທີ່ເຫັນວ່າ ທົ່ວແຂວງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍດີ, ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດ້ວຍຖ່ວງທ່າທີ່ໝັ້ນທ່ຽງ; ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ ກໍ່ຄືຂອງອົງຄະນະພັກແຂວງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກສູງຂຶ້ນເປັນກ້າວໆ; ຖັນແຖວສະມາຊິກພັກ-ພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດ ໄດ້ຮັບການບໍາລຸງສ້າງທາງດ້ານທິດສະດີ-ວິຊາສະເພາະ ໂດຍຜ່ານໃນຂະບວນການວິ ວັດໃນວຽກງານຕົວຈິງ ສະແດງອອກໃນຜົນງານ ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງມະຕິກອງປະຊຸມໃຫຍ່ວາງອອກໃນແຕ່ລະໄລຍະ.


ເພື່ອຮັກສາ, ສືບຕໍ່ໝາກຜົນ ແລະ ຜົນງານ ທີ່ຍາດມາໄດ້ທັງໝົດນັ້ນ ແມ່ນໜ້າທີ່ສໍາຄັນທີ່ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ສືບຕໍ່ປະຕິບັດດ້ວຍຄວາມຮັບ ຜິດຊອບສູງ ແລະ ເປັນເຈົ້າການປະຕິບັດໃຫ້ບັນລຸຜົນສໍາເລັດຕາມລະດັບຄາດ ໝາຍ ແລະ ໃຫ້ລື່ນຄາດໝາຍທີ່ວາງໄວ້; ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ VIII ນີ້ ເປັນເຫດການ-ການເມືອງ ທີ່ສຳຄັນໃນການຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກເຂົ້າສູ່ລວງເລິກ ດ້ວຍແນວທາງນະໂຍບາຍການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນຳ ທີ່ພັກວາງອອກໃຫ້ເຕີບໃຫຍ່ ເຂັ້ມແຂງກ້າວຂຶ້ນ; ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາບັນດາເອກະສານ ທີ່ເປັນຍຸດທະສາດຂອງແຂວງ ແລະ ພ້ອມກັນເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງສູນກາງພັກ, ຂອງແຂວງ ແລະ ປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ສົກປີ 2021-2025 ໃຫ້ປະກົດຜົນເປັນຈິງ.


ສະຫາຍ ວິໄລວົງ ບຸດດາຄໍາ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍລັກສະນະປະຊາທິປະໄຕຢ່າງຕັ້ງໜ້າ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ປະກອບຄວາມເຫັນໃຫ້ເລິກເຊິ່ງຖືກຕ້ອງ, ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປບົນພື້ນຖານຄວາມສາມັກຄີເປັນເອກະພາບທີ່ໜັກແໜ້ນ ແລະ ມີຜົນສໍາເລັດຕາມ ລະດັບຄາດໝາຍ ຢ່າງຈົບງາມ.
ຈາກນີ້ ສະຫາຍ ວິໄລວົງ ບຸດດາຄໍາ, ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງຍົກໃຫ້ເຫັນຜົນງານການຊີ້ນໍາໆພາຂອງອົງຄະນະພັກແຂວງຕະຫຼອດໄລຍະ 5 ປີທີ່ຜ່ານມາ 2015 – 2020 ແລະທິດທາງນຳພາ 5 ປີຕໍ່ໜ້າ 2021-2025. ໃນແຕ່ຂົງເຂດຄື: ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອປະຊາຊົນ.ຂົງເຂດວັດທະນະທຳ-ສັງຄົມ,ປົກປັກຮັກສາສີ່ງແວດລ້ອມ,ບໍລິຫານລັດ ແລະ ການບູລະນະລະບອບປະຊາທິປະໄຕປະຊາຊົນ,ຂົງເຂດກໍ່ສ້າງພັກແລະອື່ນໆ.ທີ່ພົ້ນເດັ່ນ 5 ປີຜ່ານມາ ສາມາດນໍາໃຊ້ທ່າແຮງ ແລະ ກຳລັງແຮງຂອງທຸກພາກສ່ວນໃນການພັດທະນາເສດຖະກິດ ໃຫ້ສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ. ເຖິງແມ່ນວ່າເສດຖະກິດໄດ້ພົບກັບຄວາມຫຍຸ້ງຍາກຍ້ອນບັນຫາໜີ້ສິນ, ທຶນພັດທະນາຈໍາກັດ, ສັງຄົມຖືກຜົນກະທົບຈາກໄພພິບັດ ແລະ ການລະບາດຂອງພະຍາດຕ່າງໆ, ແຕ່ເສດຖະກິດຂອງແຂວງໂດຍລວມ ກໍ່ໄດ້ມີການຂະຫຍາຍຕົວ ແລະ ມີອັດຕາການເຕີບໂຕສະເລ່ຍ 7,36%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 86.769,7 ຕື້ກີບ, ສະເລ່ຍຕໍ່ຄົນ ປະຕິບັດໄດ້ 27,01 ລ້ານກີບຕໍ່ຄົນຕໍ່ປີ ຫລື ເທົ່າກັບ 3.053 ໂດລາສະຫາລັດ.


ໃນໄລຍະ 5 ປີຜ່ານມາ ສາມາດເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄອບຄົວທຸກຍາກ ໄດ້ 444 ຄອບຄົວ, ຫຼຸດພົ້ນຈາກບ້ານທຸກຍາກ ໄດ້ 14 ບ້ານ; ສ້າງບ້ານພັດທະນາໄດ້ 26 ບ້ານ; ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ 9 ບ້ານ; ສ້າງຄອບຄົວພັດທະນາໄດ້ 9.297 ຄອບຄົວ. ຜົນສໍາເລັດດັ່ງກ່າວ ໄດ້ເຮັດໃຫ້ແຂວງຈໍາປາສັກ ກ້າວໜ້າອີກບາດກ້າວໜຶ່ງຂອງຄວາມພະຍາ ຍາມແກ້ໄຂຄວາມທຸກຍາກໃນທົ່ວແຂວງ.
ໃນກອງປະຊຸມໃຫຍ່ຄັງນີ ສະຫາຍ ມະໄລທອງ ກົມມະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ໄດ້ຍັງໄດ້ຜ່ານແຜນພັດທະນາເສດຖະກິດສັງຄົມ 5 ປີຄັງທີ IX,ມີການປະກອບຄໍາເຫັນຂອງຫົວຂໍ້ຕ່າງໆຕື່ມອີກ ເຊັ່ນ:ການປະຕິບັດໜ້າທີ່ໃຫຍ່ 26 ແຜນງານ ການກໍ່ສ້າງຮາກຖານການເມືອງຕິດພັນກັບການສ້າງທ່າສະໜາມປ້ອງກັນຄວາມສະຫງົບຢູ່ຮາກຖານ,ການຜະລິດກະສີກໍາເປັນສິນຄ້າ,ດ້ວຍການນໍາໃຊ້ເຕັກນິກໃໝ່,ການນໍາພາສ້າງໜ່ວຍພັກປອດໃສເຂັ້ມແຂງແລະໜັກແໜ້ນ. ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈຳປາສັກ ຈະດໍາເນີນໄປເປັນເວລາ 2 ວັນ ຈິ່ງຈະໄດ້ອັດລົງ.

ເກດສະໜາ ແກ້ວສຸວັນນະແສງ