ເຕັກນິກການປູກອ້ອຍ

376

ອ້ອຍເປັນພືດເສດຖະກິດທີ່ສໍາຄັນຊະນິດໜຶ່ງ ທີ່ໃຊ້ເປັນວັດຖຸດິບໃນການຜະລິດນໍ້າຕານ ແລະ ຜະລິດຕະພັນຕ່າງໆ ເພື່ອນໍາໃຊ້ ແລະ ບໍລິໂພກໃນປະເທດເຮົາ.

ອ້ອຍນອກຈາກຈະສາມາດຜະລິດເປັນນໍ້າຕານ ຫຼື ຂອງຫວານຕ່າງໆແລ້ວ ຍັງສາມາດຜະລິດເປັນເຫຼົ້າແວງ, ເຫຼົ້າ 90, ເຫຼົ້າຂາວປະເພດຕ່າງໆເປັນສ່ວນປະສົມຂອງຢາປົວພະຍາດ. ນອກຈາກນີ້, ສິ່ງເສດເຫຼືອຈາກອ້ອຍ ຍັງໃຊ້ເປັນອາຫານສັດ, ຜະລິດເປັນເຈ້ຍ ແລະ ຝຸ່ນບົ່ມໄດ້ອີກ.

ແນວໃດກໍຕາມ, ດັ່ງທີ່ຜູ້ຂຽນກ່າວມາຂ້າງເທິງ ອ້ອຍເຕັມໄປດ້ວຍຄຸນປະໂຫຍດທີ່ ສໍາຄັນຍັງພົບເຫັນຫຼາຍຢູ່ຕາມສວນຄົວຂອງປະຊາຊົນລາວເຮົາ ແຕ່ເພື່ອໃຫ້ການປູກອ້ອຍມີປະສິດທິຜົນດີນັ້ນຕ້ອງປູກ ແລະ ເບິ່ງແຍງເອົາໃຈໃສ່ໃຫ້ຖືກວິທີ. ດັ່ງນັ້ນ, ຄວາມຮູ້ກະສິກໍາໃນມື້ນີ້ຜູ້ຂຽນຈຶ່ງໄດ້ຮຽບຮຽງເອົາວິທີການປູກອ້ອຍແບບຖືກຕ້ອງມາໃຫ້ທຸກທ່ານນໍາໄປທົດລອງນໍາກັນ.

ການຄັດເລືອກພື້ນທີ່ປູກອ້ອຍ: ຕ້ອງເປັນສະຖານທີ່ທີ່ນໍ້າຖ້ວມບໍ່ເຖິງ, ດິນຕ້ອງບໍ່ເປັນດິນຄ້ອຍຊັນເກີນໄປ ເມື່ອເລືອກສະຖານທີ່ໄດ້ແລ້ວກໍຕ້ອງເລືອກລະດູປູກ ເຊິ່ງລະດູທີ່ເໝາະສົມແມ່ນເອີ້ນໄດ້ວ່າປູກໄດ້ເກືອບຕະຫຼອດປີ ຍົກເວັ້ນໃນໄລຍະທີ່ມີຝົນຕົກໜັກເກີນໄປ ຄື: ເດືອນກັນຍາຫາຕຸລາ.

ດ້ານການກຽມດິນ: ຄວນສັງເກດເບິ່ງດິນເສຍກ່ອນວ່າພື້ນທີ່ດິນໃນສວນເປັນແນວໃດ ເຊັ່ນ: ຮາບພຽງ, ເນີນສູງ ຫຼື ຄ້ອຍຊັນໄປທາງໃດທາງໜຶ່ງ ຫາກບໍ່ສະໝໍ່າສະເໝີຄວນປັບໃຫ້ມັນສະໝໍ່າສະເໝີກ່ອນ ແຕ່ຕ້ອງໃຫ້ມີຄວາມຄ້ອຍຊັນເລັກໜ້ອຍ ( ບໍ່ເກີນ 3% ) ທັງນີ້ກໍເພື່ອບໍ່ໃຫ້ມີນໍ້າຂັງ, ຫຼັງຈາກນັ້ນກຽມໄຖດິນ ໂດຍຕ້ອງໄຖຂະນະທີ່ດິນມີ ຄວາມຊຸ່ມຊື່ນພໍດີ ບໍ່ແຫ້ງ ຫຼື ປຽກເກີນໄປ ເພາະດິນທີ່ຊຸ່ມສາມາດໄຖພວນໄດ້ສະດວກ ແລະ ດິນຈະຜຸຜຸ່ຍດີ, ການໄຖແມ່ນໄຖໃຫ້ເລິກເທົ່າທີ່ຈະເຮັດໄດ້, ໄຖຫຼາຍໆຄັ້ງເພື່ອໃຫ້ດິນຜຸຜຸ່ຍດີ.

ການກຽມທ່ອນພັນ: ຫຼັງເລືອກແນວພັນໄດ້ແລ້ວ ໃຫ້ນໍາທ່ອນພັນມາຕັດໃຫ້ເປັນ 3 ຕາ; ຕັດລະຫວ່າງເຄິ່ງກາງປ້ອງ ຂະນະຕັດທ່ອນພັນພະຍາຍາມບໍ່ໃຫ້ຕາຊໍ້າ ແລະ ກະທົບກະເທືອນຫຼາຍ. ຕໍ່ມາແຊ່ທ່ອນພັນດ້ວຍຢາຂ້າເຊື້ອຣາທັນທີທີ່ຕັດເປັນທ່ອນ ຖ້າປ່ອຍໄວ້ເຊື້ອຣາຈະເຂົ້າທາງຮອຍຕັດໄດ້. ຫຼັງຈາກນັ້ນ, ນໍາມາແຊ່ຕໍ່ໃນນໍ້າຮ້ອນປະມານ 50 ອົງສາເຊໄລຍະ 2 ຊົ່ວໂມງ ເພື່ອກໍາຈັດພະຍາດໃບຂາວທີ່ຕິດມາກັບທ່ອນພັນແລ້ວນໍາໄປປູກທັນທີ.

ສ່ວນການປູກ ມີ 2 ວິທີຄື: ການປູກດ້ວຍແຮງງານຄົນ ແລະ ການປູກດ້ວຍເຄື່ອງປູກ; ຫາກປູກດ້ວຍແຮງງານຄົນໃຫ້ໃຊ້ວິທີການຍົກຄູກ່ອນ ແລ້ວຈຶ່ງວາງທ່ອນພັນລົງຕາມໄລຍະປູກ ພ້ອມທັງປົກດິນໜາ 3 – 5 ຊັງຕີແມັດ ສໍາລັບຍາມຝົນ, ແຕ່ຖ້າປູກໃນລະດູແລ້ງຄວນປົກໜາ 20 ຊັງຕີແມັດ ເມື່ອປົກດິນແລ້ວ ຄວນຢຽບໃຫ້ແໜ້ນພໍສົມຄວນ ເພື່ອຫຼຸດການລະເຫີຍຂອງນໍ້າອອກຈາກດິນ ແລະ ໃຫ້ທ່ອນພັນຕິດສະໜິດກັບດິນ.

ຫາກປູກດ້ວຍເຄື່ອງປູກ ຫຼັງຈາກກຽມດິນແລ້ວບໍ່ຕ້ອງຍົກ  ຄູ ສາມາດນໍາໃຊ້ເຄື່ອງຈັກປູກໄດ້ເອງ ເຊິ່ງວິທີນີ້ ອ້ອຍຈະມີ ຄວາມງອກງາມສະໝໍ່າສະເໝີດີ.

ທີ່ມາ: ລາວ 44 ຂໍ້ມູນຂ່າວສານເພື່ອການພັດທະນາ