ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຄວ້າ 2 ລາງວັນທຸລະກິດອາຊຽນດີເດັ່ນ ປະຈໍາປີ 2020

178

ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໜຶ່ງໃນບັນດາທຸລະກິດກ່ຽວກັບການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ: ຮັບເໝົາກໍ່ສ້າງຂົວ – ທາງ, ຊົນລະປະທານ, ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ລະບົບນໍ້າປະປາ ແລະ ອື່ນໆ ທີ່ເປັນການລົງທຶນຂອງລັດ ແລະ ຂອງອົງການຈັດຕັ້ງສາກົນຢູ່ ສປປ ລາວ ເຊິ່ງໄລຍະຜ່ານມາໄດ້ຮັບການຍ້ອງຍໍຊົມເຊີຍກ່ຽວກັບຜົນສໍາເລັດໃນຫຼາຍໆດ້ານ ແລະ ເປັນອີກໜຶ່ງບໍລິສັດທີ່ພັກ – ລັດຖະບານ ກໍຄືອົງການຈັດຕັ້ງສາກົນມອບ ຄວາມໄວ້ວາງໃຈໃຫ້ເປັນຜູ້ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆໃນທົ່ວປະເທດ.

ຫຼ້າສຸດ, ບໍລິສັດໄດ້ຮັບ 2 ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020 ໄດ້ແກ່: ລາງວັນຜູ້ປະກອບການໜຸ່ມດີເດັ່ນ ແລະ ລາງວັນຂະແໜງພື້ນຖານໂຄງລ່າງດີເດັ່ນ.

ທ່ານ ແຫຼວຄຳ ວົງສາວັນທອງ ຜູ້ອໍານວຍການ ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ກ່າວວ່າ: ພາຍຫຼັງທີ່ເພິ່ນປະກາດຜົນໃນວັນທີ 21 ກັນຍາ 2020 ຜ່ານມາ ປາກົດວ່າມີລາຍຊື່ບໍລິສັດຂອງຕົນຖືກຄັດເລືອກໃຫ້ໄດ້ຮັບ 2 ລາງວັນພ້ອມກັນ ໄດ້ແກ່: ລາງວັນຜູ້ປະກອບການໜຸ່ມດີເດັ່ນ ແລະ ລາງວັນຂະແໜງພື້ນຖານໂຄງລ່າງດີເດັ່ນ ເຊິ່ງມີພິທີມອບ – ຮັບ ໃນວັນທີ 23 ຕຸລາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດມອບລາງວັນຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ, ມີບັນດາຜູ້ຊົງກຽດຈາກບັນດາທຸລະກິດລາວ, ແຂກຖືກເຊີນ ລວມທັງບັນດານັກທຸລະກິດທີ່ຊະນະເລີດໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020 ເຂົ້າຮ່ວມ.

ທ່ານ ແຫຼວຄຳ ວົງສາວັນທອງ ກ່າວຕື່ມວ່າ: ລາງວັນດັ່ງກ່າວໄດ້ເຮັດໃຫ້ພວກເຮົາມີການຕິດຕໍ່ພົວພັນກັບພາຍໃນ ແລະ ຕ່າງປະເທດ ເຊິ່ງນອກຈາກແລກປ່ຽນບົດຮຽນນໍາກັນແລ້ວ ຍັງໄດ້ສະແດງເຖິງຄວາມເປັນຜູ້ນໍາທີ່ໂດດເດັ່ນ ແລະ ຄວາມສຳເລັດໃນການກໍ່ຕັ້ງທຸລະກິດ ເຊິ່ງ ຄວາມສຳເລັດນັ້ນໄດ້ກາຍເປັນນິມິດໝາຍອັນສຳຄັນທີ່ຜ່ານ ຄວາມທ້າທາຍໃນສະພາບປັດຈຸບັນ ເພື່ອປູທາງສູ່ຄວາມມັ່ງຄັ່ງໃນອະນາຄົດ. ຄຽງຄູ່ກັນນັ້ນ, ທີມງານກໍແມ່ນສ່ວນໜຶ່ງທີ່ເຮັດໃຫ້ບໍລິສັດໄດ້ຮັບລາງວັນ ແລະ ເຮັດໃຫ້ພະນັກງານມີ ຄວາມໝັ້ນໃຈຫຼາຍຂຶ້ນ. ສໍາລັບຮູບການດໍາເນີນທຸລະກິດຂອງບໍລິສັດແມ່ນການຮັບເໝົາກໍ່ສ້າງຂົວ – ທາງ, ຊົນລະປະທານ, ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ລະບົບນໍ້າປະປາ ແລະ ອື່ນໆ ທີ່ເປັນການລົງທຶນຂອງລັດ ແລະ ຂອງອົງການຈັດຕັ້ງສາກົນຢູ່ ສປປ ລາວ.

ໄລຍະຜ່ານມາ, ພວກເຮົາມີຜົນສໍາເລັດໃນຫຼາຍໂຄງການ ເປັນຕົ້ນແມ່ນ: ສໍາເລັດການຮັບເໝົາກໍ່ສ້າງໂຄງລ່າງນໍ້າສະອາດ ແລະ ໂພຊະນາການຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຂອງສະຫະພາບເອີຣົບ; ໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ແຂວງຊຽງຂວາງ; ໂຄງການກໍ່ສ້າງຊົນລະກະເສດທົ່ງຮາບ – ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ໂຄງການປັບປຸງນໍ້າປະປາເຂດຕົວເມືອງນ້ອຍ ເຊິ່ງເປັນໂຄງການຂອງສະຫະພາບເອີຣົບ; ໂຄງການຈັດຫາ – ຈັດສົ່ງໝໍ້ແທກນໍ້າຢູ່ບັນດາເມືອງຕ່າງໆໃນທົ່ວປະເທດ; ໂຄງການກໍ່ສ້າງຊົນລະປະທານຕົວແບບຢູ່ເມືອງບົວລະພາ ແຂວງຄຳມ່ວນ ທຶນຊ່ວຍເຫຼືອລ້າລັດຖະບານຝຣັ່ງ ແລະ ໂຄງການອື່ນໆອີກ, “ ທ່ານ ແຫຼວຄຳ  ” ກ່າວ.