ວິທີຮັບມືກັບເພື່ອນຮ່ວມງານ 6 ປະເພດ

276

ໃນອົງກອນໃດໜຶ່ງ ແນ່ນອນວ່າຈະມີພະນັກງານຫຼາຍຄົນທີ່ມາຈາກຫຼາຍທ້ອງຖິ່ນມາຢູ່ຮ່ວມກັນ. ດັ່ງນັ້ນ, ສຳນຽງສຽງປາກເວົ້າ, ນິດໄສໃຈຄໍ ແລະ ກິລິຍາການສະແດງອອກຕ່າງໆ ແຕ່ລະຄົນຕ້ອງໄດ້ພະຍາຍາມປັບຕົວເຂົ້າຫາກັນ ເພື່ອທີ່ຈະເຮັດໃຫ້ສາມາດຮ່ວມວຽກງານນໍາກັນຢ່າງມີ ຄວາມສຸກ ພ້ອມຫຼີກລຽງສິ່ງທີ່ອາດຈະພາໃຫ້ເກີດຄວາມຂັດແຍ່ງ. ດັ່ງນັ້ນ,ພວກເຮົາມາສຶກສາ 6 ປະເພດເພື່ອນຮ່ວມງານທີ່ທ່ານອາດຈະພົບເຫັນ ຄື:

  1. ຢືນຢັດເປັນຝ່າຍຄ້ານ: ຄົນປະເພດນີ້ແມ່ນຢ້ານການປ່ຽນແປງ ຈຶ່ງຕ້ອງຂັດຄ້ານເອົາໄວ້ກ່ອນ ເຊັ່ນ: ເມື່ອເກີດມີການສະເໜີຄວາມຄິດໃໝ່, ການມອບໜ້າວຽກໃຫ້ຮັບຜິດຊອບໃໝ່, ການແນະນຳໃຫ້ເຮັດວຽກ, ການແນະນຳວິທີການເຮັດວຽກໃໝ່ເຂົາຈະປະຕິເສດໄວ້ກ່ອນ ເຊິ່ງຄົນປະເພດນີ້ແມ່ນເຮົາຕ້ອງໃຫ້ເວລາເຂົາໄດ້ຮຽນຮູ້ປະໂຫຍດຂອງການປ່ຽນແປງ ແລະ ຍອມຮັບການປ່ຽນແປງດ້ວຍຕົວເຂົາເອງ.

  2. ພວກພຽງພໍ: ຄົນປະເພດນີ້ເຮັດວຽກຢໍ່າຢູ່ກັບທີ່ເລື້ອຍໆໄປວັນໆ ອາດເປັນເພາະຄວາມເຄີຍຊິນທີ່ເຮັດວຽກແບບເກົ່າຊໍ້າໆ ແລ້ວຮູ້ສຶກວ່າປອດໄພຈຶ່ງບໍ່ຄິດປັບປຸງ ຫຼື ປ່ຽນແປງຫຍັງ ວິທີຮັບມືແມ່ນສະເໜີຫົວໜ້າໃຫ້ສົ່ງເຂົາໄປອົບຮົມສຳມະນາຫາ ຄວາມຮູ້ໃໝ່ໆ ເພື່ອເປີດໂລກກະທັດ, ຜົນງານຈະໄດ້ດີຂຶ້ນໃນຂະນະດຽວກັນກໍຕ້ອງຄອຍໃຫ້ກຳລັງໃຈເຂົາ ເພາະການປ່ຽນແປງໃນລັກສະນະນີ້ຂ້ອນຂ້າງເຮັດໄດ້ຍາກ.

  3. ແຍກເລື່ອງວຽກກັບເລື່ອງສ່ວນຕົວບໍ່ອອກ: ຄົນບາງຄົນອາດມີບັນຫາທີ່ເຮືອນເຮັດໃຫ້ບໍ່ສະບາຍໃຈກາຍເປັນບັນຫາປະຈໍາໃຈ ຫຼື ກາຍເປັນຄົນຂີ້ຫງຸດຫງິດ ຈົນພານໃສ່ຄົນອື່ນໂດຍທີ່ບໍ່ຮູ້ຕົວ, ບາງຄົນກໍຜິດໃຈກັບຄົນຢູ່ບ່ອນເຮັດວຽກ ກໍເຮັດໃຫ້ມີ ຄວາມຮູ້ສຶກບໍ່ຢາກໄປເຮັດວຽກ ຄົນປະເພດນີ້ຮັບມືດ້ວຍການພະຍາຍາມຫາວິທີໃຫ້ທັງສອງຝ່າຍໄດ້ປັບຄວາມເຂົ້າໃຈກັນ ຫຼື ເອີ້ນມາລົມແນະນຳວິທີເຮັດວຽກຮ່ວມກັນຢ່າງສັນຕິ ແລະ ຄົນທີ່ແຍກບໍ່ອອກເອົາເລື່ອງສ່ວນຕົວມາລົງທີ່ຫ້ອງການ ເຮົາຕ້ອງຄອຍເຕືອນຄອຍບອກໃຫ້ເຂົາຮູ້ຕົວ ແລະ ປັບປ່ຽນກ່ອນທີ່ເພື່ອນຮ່ວມງານຈະຊັງເຂົາໄປໝົດ.

  4. ບໍ່ໝັ້ນໃຈໃນຕົວເອງ: ບາງຄົນ ຄວາມຄິດ, ຄວາມສາມາດດີ ແຕ່ບໍ່ກ້າສະແດງອອກ, ບາງເທື່ອເຫັນເພື່ອນຮ່ວມງານເຮັດວຽກບໍ່ຖືກ ຫຼື ຜິດພາດກໍບໍ່ກ້າບອກ ເພາະຢ້ານວ່າຈະໄປລໍ້າເສັ້ນເຂົາ, ໄດ້ແຕ່ລໍຖ້າຮັບຄຳສັ່ງເທົ່ານັ້ນ ວິທີຮັບມືແມ່ນພະຍາຍາມໃຫ້ກຳລັງໃຈ, ສົ່ງເສີມໃຫ້ເຂົາເຮັດໃນສິ່ງທີ່ດີ, ໝັ່ນຊົມເຊີຍເວລາເຂົາເຮັດໄດ້ ຄອຍຊ່ວຍເຫຼືອໃຫ້ເຂົາກ້າສະແດງອອກເທື່ອລະເລັກເທື່ອລະໜ້ອຍ.

  5. ຫຼ່ຽມຈັດ, ແທງທາງຫຼັງ ແລະ ປັດຄວາມຮັບຜິດຊອບ: ຄົນປະເພດນີ້ຕໍ່ໜ້າເວົ້າແບບໜຶ່ງລັບຫຼັງເວົ້າແບບໜຶ່ງ, ເອົາຄວາມດີເຂົ້າຕົວເອົາຄວາມຊົ່ວໃສ່ຄົນອື່ນ ວິທີຮັບມືຄວນເຂົ້າຫາເຂົາເວລາຈຳເປັນເທົ່ານັ້ນ, ຕ້ອງລະວັງ ແລະ ປ້ອງກັນຕົວເອງທຸກດ້ານ, ຕ້ອງເກັບທຸກຢ່າງໃຫ້ມີຫຼັກຖານ.

  6. ຫຼົງຕົວເອງເກັ່ງຄົນດຽວ: ຄົນປະເພດນີ້ມັກຄິດວ່າຄົນອື່ນບໍ່ສະຫຼາດເທົ່າຕົນເອງ, ບໍ່ຍອມແບ່ງວຽກ ແລະ ແນະນຳໃຜ ແລະ ບໍ່ມັກຟັງຄຳຄິດເຫັນຈາກໃຜ ວິທີຮັບມື: ຕ້ອງໝັ່ນຊົມເຂົາ ເພາະເຂົາຈະຍິ່ງເອົາໃຈໃສ່ໃນການເຮັດວຽກ.

Cr: jobsdb