ພະຍາກອນອາກາດປະຈຳວັນທີ 22/10/2020 ລະດັບນໍ້າຫຼາຍຈຸດທີ່ສະຫວັນນະເຂດຍັງສູງກວ່າເຂດອັນຕະລາຍ

75

ພະຍາກອນອາກາດປະຈຳວັນທີ 22/10/2020ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າ: ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນຫາປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່.

ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020

ຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງຕື່ມອີກໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020

ສຳລັບລະດັບແມ່ນໍ້າສາຂາ ໃນເຊົ້າມື້ນີ້ ແກ້ງກອກ (ເຊຈໍາພອນ) , ແກ້ງໂດນ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ , ເຂດຂົວເຊ (ເຊບັ້ງໄພ) ແມ່ນຍັງສູງກວ່າເຂດອັນຕະລາຍ; ສ່ວນເຂດບ້ານໄຮ່, ມະຫາໄຊ (ເຊບັ້ງໄພ) ແມ່ນໃກ້ຈະຮອດເຂດລະດັບເຕືອນໄພແລ້ວ.

ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ເຂດແຂວງດັ່ງກ່າວ. ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບລະດັບນໍ້າທີ່ຍັງຈະສືບຕໍ່ຖ້ວມສູງຂຶ້ນຢູ່ຕື່ມອີກ.

ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020

ພ້ອມນີ້ຂໍໃຫ້ຍົກຍ້າຍວັດຖຸສິ່ງຂອງ ພ້ອມສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ສະຖານະການນ້ຳຖ້ວມຢູ່ເມືອງສອງຄອນ ໃນເຊົ້າມື້ນີ້ ທີ 22 ຕຸລາ 2020

ພະຍາກອນລະດັບນໍ້າແລະລະດັບສາຂາແມ່ນໍ້າຂອງ ປະຈໍາວັນທີ 22 ຕຸລາ 2020

.

ພາບລ່າສຸດ:ຈາກທິມງານຊ່ອງຂ່າວເມືອງຊ່ອງຄອນ