40ບ້ານຂອງເມືອງຊົນນະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຢ່າງໜັກໜ່ວງ, ປະຊາຊົນຕ້ອງການຄວາມຊ່ວຍເຫຼືອດ້ານອາຫານການກິນຢ່າງຮີບດ່ວນ

121

ວິທະຍຸກະຈາຍສຽງ ສະຫວັນນະເຂດ(Savannakhet Radio),ອີງຕາມຂໍ້ມູນຈາກກອງເລຂາຕ້ານໄພພິບັດຂັ້ນເມືອງ ໃນຄັ້ງວັນທີ 19 ຕຸລາ 2020 ນີ້ ກ່ຽວກັບສະພາບໄພນໍ້າຖ້ວມໃນທົ່ວເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນປັດຈຸບັນນີ້ເມືອງຊົນນະບູລີ ກໍາລັງປະສົບກັບໄພນໍ້າຖ້ວມຢ່າງໜັກ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3.668 ຫຼັງຄາ, ມີພົນລະເມືອງ 24.450 ຄົນ ຍິງ 12.388 ຄົນ.

ເນື້ອທີ່ຖືກຖ້ວມ 5.735 ເຮັກຕາ, ສວນພຶດຜັກຖືກຖ້ວມ 176 ເຮັກຕາ, ໜອງປາ 235 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ;ໂຮງຮຽນທີ່ໄດ້ຮັບຜົນກະທົບ ແລະຕ້ອງໂຈະການຮຽນຊົ່ວຄາວມີ: ໂຮງຮຽນປະຖົມ 9 ແຫ່ງ, ໂຮງຮຽນມູນ 6 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ ລວມທັງໝົດ 17 ແຫ່ງ.

ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວເພື່ອຄວາມປອດໄພມີ 9 ບ້ານ: ບ້ານບຶງຊ້າງ, ກອງປະທຸມວັນ, ບ້ານທ່າຄໍາເຫຼື້ອມ, ບ້ານດອນຍາໂນງ, ບ້ານໜອງສອງຫ້ອງ, ບ້ານເມືອງໂຮງ, ບ້ານດົງໜອງແຄນ ແລະບ້ານຕັ່ງຫວາຍນໍ້າ.

ເສັ້ນທາງຖືກຖ້ວມ ແລະຕັດຂາດການສັນຈອນມີ: ເສັ້ນທາງບ້ານນາໜອງຜໍາຫາດົງບູນ, ເສັ້ນທາງບຶງຊ້າງຫາບ້ານໂຄກຫົວຊ້າງ ເສັ້ນທາງບ້ານໂຄກຫົວຊ້າງຫາບ້ານທ່າຄໍາເຫຼື້ອມ, ເສັ້ນທາງບ້ານທ່າຄໍາເຫຼື້ອມຫາບ້ານດອນຍາໂນງ, ເສັ້ນທາງບ້ານຕັ່ງຫວາຍນໍ້າຫາບ້ານກະລືມວັງແຂ້, ເສັ້ນທາງຈຸດສຸມຕັ່ງຫວາຍຫາກະທອງເຊ, ເສັ້ນທາງບ້ານກະທອງເຊຫາບ້ານນາຈານໃຫຍ່, ເສັ້ນທາງບ້ານກອງປະທຸມວັນຫາເມມືອງຊົນນະບູລີ, ເສັ້ນທາງໂພໄຊຄູນຫາບ້ານດົງຫວາຍ, ເສັ້ນທາງບ້ານດົງຫວາຍຫາບ້ານໜອງຜື, ເສັ້ນທາງບ້ານກະຫຼາງຫາບ້ານຕໍາປອງ, ເສັ້ນທາງບ້ານຕັ່ງຫວາຍໂຄກຫາບ້ານໂພໄຊຄູນ, ເສັ້ນທາງແຕ່ຂົ້ວຫ້ວຍນ້ໍາດີ້ງຫາບ້ານໄຊສົມບູນ, ເສັ້ນທາງແຕ່ຂົ້ວຫ້ວຍເຊວັນຫາບ້ານໜອງເບັນ, ເສັ້ນທາງແຕ່ຂົ້ວຫ້ວຍຕະຫຼຶງຫາບ້ານນາບົງ ແລະ ເສັ້ນທາງແຕ່ຂົ້ວຫ້ວຍເປາະຫາບ້ານອາຫໍ.

ໃນປັດຈຸບັນທາງການນໍາຂອງເມືອງພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງອົງການຈັດຕັ້ງມະຫາຊົນກໍາລັງ ປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນຂົນວັດຖຸເຄື່ອງຂອງຕ່າງໆອອກຈາກພື້ນທີ່ສ່ຽງ ເພື່ອຄວາມປອດໄພທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນ ນອກນີ້ກໍ່ຍັງໄດ້ໃຊ້ເຮືອຊ່ວຍເຫຼືອປະຊາຊົນຂົນເຂົ້າຜ່ອນໃນເຂດບ້ານທີ່ໄດ້ຮັບຜົນກະທົບໄດ້ 80 ຄອບຄົວ.

ມາໃນປະຈຸບັນນີ້ລະດັບນໍ້າແມ່ນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະໄຫຼເຂົ້າຖ້ວມເນື້ອທີ່ນາຮົ້ວສວນ ແລະອາດຈະໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຕື່ມອີກ. ສ່ວນຄວາມເສຍຫາຍແມ່ນຈະໄດ້ລາຍງານຕື່ມອີກພາຍຫຼັງ.

ສິ່ງທີ່ຈຳເປັນໃນປັດຈຸບັນທີ່ທາງເມືອງຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ ອາຫານການກິນ,ນ້ຳດື່ມ,ເຂົ້າສານ,ອາຫານແຫ້ງ,ຢາປົວພະຍາດ,ນ້ຳມັນເຊື້ອໄຟ ແລະ ເຮືອເພື່ອຊ່ວຍເຫຼືອສະເພາະໜ້າໃຫ້ກັບປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.