ມູດີ້ ປັບຫຼຸດຄວາມໜ້າເຊື່ອຖືຂອງອັງກິດລົງ ເຫຼືອ Aa3

135

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ ມູດີ້ ອິນເວສເຕີ ເຊີວິສ ( Moody’s ) ໄດ້ປັບຫຼຸດຄວາມໜ້າເຊື່ອຖືຂອງປະເທດອັງກິດລົງ, ຫຼັງຈາກທີ່ເສດຖະກິດຂອງອັງກິດຫົດຕົວຢ່າງຮຸນແຮງ ບວກກັບການອອກຈາກສະຫະພາບເອີຣົບ ( ແບຣັກຊິດ ) ແລະ ການຂາດແຜນການງົບປະມານທີ່ຊັດເຈນຂອງລັດຖະບານ.

ທັງນີ້, ມູດີ້ ໄດ້ປັບຄວາມໜ້າເຊື່ອຖືຂອງອັງກິດລົງຈາກ Aa2 ເປັນ Aa3 ເຊິ່ງເຮັດໃຫ້ອັງກິດ ມີອັນດັບ ຄວາມໜ້າເຊື່ອຖືຢູ່ໃນລະດັບດຽວກັນກັບປະເທດແບນຊິກ ແລະ ສາທາລະນະລັດເຊັກ, ພ້ອມທັງລະບຸວ່າເສດຖະກິດຂອງອັງກິດ ອ່ອນແອກວ່າທີ່ຄາດການໄວ້ ແລະ ມີທ່າອ່ຽງວ່າຈະຍັງບໍ່ຟື້ນຕົວໄດ້.

ອັງກິດ ມີຂະໜາດເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ເຊິ່ງເສດຖະກິດໄດ້ຫົດຕົວຫຼາຍທີ່ສຸດໃນກຸ່ມປະເທດ   G7 ໃນໄຕມາດ 2 ຂອງປີນີ້ ແລະ ມີໜີ້ສາທາລະນະກວ່າ 100% ຂອງ ຈີດີພີ ແລ້ວ.

ມູດີ້ ລະບຸວ່າ: ຫາກອັງກິດບໍ່ສາມາດບັນລຸຂໍ້ຕົກລົງດ້ານການຄ້າ ຫຼັງແບຣັກຊິດ ກັບສະຫະພາບເອີຣົບໄດ້ ກໍຈະຍິ່ງສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ ເນື່ອງຈາກປັດຈຸບັນເສດຖະກິດຂອງອັງກິດ ໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ – 19.