ແຈ່ວປາທູ ອາຫານເຮັດງ່າຍ ກິນດີມີປະໂຫຍດ

226

ມື້ນີ້ເຮົາຂໍແນະນຳເມນູ ທີ່ຫຼາຍບ້ານອາດຈະມັກເຮັດກິນ ເຊິ່ງເມນູແຈ່ວປາທູນີ້ ເປັນອີກເມນູທີ່ເຮັດງ່າຍກິນແຊບ ໂດຍສະເພາະແມ່ນກິນກັບເຂົ້າໜຽວຮ້ອນໆ ແຊບຈົນຢຸດບໍ່ເລີຍແນ່ນອນ ໃຜທີ່ບໍ່ເຄີຍເຮັດກິນລອງນຳເອົາໄປເຮັດກິນຢູ່ບ້ານໄດ້ເລີຍ ສ່ວນປະສົມສາມາດຫາຊື້ໄດ້ຕາມຕະຫຼາດທົ່ວໄປ.

ສ່ວນປະສົມ

ປາທູນຶ້ງ 2 ໂຕ

ນ້ຳມັນພືດ 1 ຖ້ວຍ

ໝາກເຜັດຂຽວໃຫຍ່ 5 ໜ່ວຍ

ໝາກເຜັດຂີ້ໜູ 13 ໜ່ວຍ

ຫອມບົວແດງ 5 ຫົວ

ກະທຽມ 2 ຫົວ

ໜາກນາວ 2 ບ່ວງແກງ

ນ້ຳປາ 2 ບ່ວງແກງ

ນ້ຳປາແດກຕົ້ມສຸກ

ຜັກສົດ ຫຼື ຜັກລວກ

ວິທີການເຮັດ

1 ຕັ້ງໝໍ້ກະທະນ້ຳມັນດ້ວຍໄຟກາງຈົນຮ້ອນ ໃສ່ປາທູລົງຈືນຈົນສຸກ ແລະ ໜັງປາເຫຼືອງກອບທັ້ງສອງຟາກ ຕັກຂຶ້ນພັກໄວ້ໃຫ່ເຢັນ ແກະເອົາແຕ່ຊີ້ນປາໃສ່ຖ້ວຍປ່ະໄວ້.

2 ຕັ້ງໝໍ້ກະທະດ້ວຍໄຟກາງໃຫ້ຮ້ອນ ຈາກນັ້ນໃສ່ໝາກເຜັດຂຽວໃຫຍ່ ແລະ ໝາກເຜັດຂີ້ໜູ, ກະທຽມ, ຫອມແດງລົງຂົ້ວ ໃຫ້ຜິວໄໝ້ເລັກນ້ອຍ ຕັກຂຶ້ນມາແລ້ວລອກເອົາເປືອກທີ່ໄໝ້ອອກ.

3 ຕຳໝາກເຜັດຂຽວໃຫຍ່, ໝາກເຜັດຂີ້ໜູ, ກະທຽມ, ຫອມແດງ ເຂົ້າກັນໃຫ້ລະອຽດ ຈາກນັ້ນໃສ່ຊີ້ນປາທູທີ່ແກະແລ້ວ ຕຳຕໍ່ພໍໃຫ້ລະອຽດ ແລະ ເຂົ້າກັນດີແລ້ວກໍ່ຕັກໃສ່ຖ້ວຍ.

4 ໃສ່ນ້ຳປາແດກຕົ້ມສຸກ, ນ້ຳປາ ແລະ ນ້ຳໝາກນາວລົງໃນຖ້ວຍແຈ່ວປາ ຄົນໃຫ້ເຂົ້າກັນ ຊິມລົດຊາດຕາມໃຈມັກ ກິນຄູ່ກັບຜັກລ້ວກ ຫຼື ຜັກສົດກໍ່ແຊບ.