ບຸນທາດຫຼວງ 2020 ໃຫ້ຈັດພໍເປັນພິທີ ພ້ອມບໍ່ໃຫ້ມີຕະຫຼາດນັດ ແລະ ງານບັນເທີງ

276

ດ່ວນ ຫ້ອງວ່າການສູນກາງພັກ ໄດ້ອອກ ແຈ້ງການ ສະບັບເລກທີ 282/ຫສພ ລົງວັນທີ 15 ຕຸລາ 2020 ເລື່ອງ: ການຈັດງານບຸນນະມັດສະການ ພະທາດຫຼວງວຽງຈັນ ປະຈຳປີ 2020.

ໂດຍແຈ້ງໃຫ້ຊາບວ່າ: ຫ້ອງວ່າການສູນກາງພັກ ຖືເປັນກຽດ ແຈ້ງມາຍັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະນະປະຈຳພັກນະຄອນຫຼວງວຽງຈັນ ຊາບວ່າ: ເຫັນດີໃຫ້ຈັດງານບຸນນະມາດສະການພະທາດຫຼວງວຽງຈັນ ປະຈຳປີ 2020 ໃຫ້ຖືເອົາປະເພນີເປັນຕົ້ນຕໍ.

ສ່ວນການຈັດຕະຫຼາດນັດ ແລະ ງານບັນເທີງຕ່າງໆແມ່ນໃຫ້ໂຈະໄວ້ກ່ອນ, ພ້ອມທັງເອົາໃຈໃສ່ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ກຳນົດ.

ໃຫ້ໂຄສະນາປະຊາສຳພັນໃຫ້ປະຊາຊົນ ແລະ ມວນຊົນທີ່ມາຮ່ວມງານເຂົ້າໃຈ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນ.