ພາຍຸໝຸນເຂດຮ້ອນນັງກາ ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າ ແຕ່ຍັງຈະມີຝົນຕົກ, ສ່ວນລະດັບນໍ້າເຊບັ້ງຫຽງແລະເຊຈຳພອນ ບາງຈຸດສູງກວ່າເຂດລະວັງໄພ

121

ແຈ້ງເຕືອນໄພພາຍຸເຂດຮ້ອນປະຈຳວັນທີ 15 /10/2020 ຈາກກົມອຸຕຸນິຍົມແລະອຸທົກກະສາດວ່າ: ພາຍຸໝຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈຳປີ 2020 ໄດ້ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ແຂວງພາກເໜືອຂອງປະເທດລາວ,ສົມທົບກັບລົມຕາເວັນຕົກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່


ຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນແຂວງພາກເໜືອ ແລະ ພາກກາງ.


ພ້ອມນັ້ນກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງແຈ້ງເຕືອນລະດັບແມ່ນໍ້າສາຂາ ແກ້ງໂດນ (ເຊບັ້ງຫຽງ), ລະຫານໍ້າ (ເຊບັ້ງຫຽງ) ແລະ ແກ້ງກອກ (ເຊຈໍາພອນ), ແມ່ນໄດ້ສູງກວ່າເຂດລະວັງໄພ ແລະ ລະຫານໍ້າ(ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນໄດ້ສູງກ່ວາເຂດອັນຕະລາຍ.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໃສຢູ່ເຂດແຂວງດັ່ງກ່ວາ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ.


ພ້ອມໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.