ຄວນປ່ຽນ ຜ້າປູບ່ອນນອນຫຼາຍເທົ່າໃດ ເຖິງຈະດີຕໍ່ສຸຂະພາບ ?

158

ເມື່ອເຮົາໃຊ້ເວລາຢູ່ເທິງຕຽງນອນທຸກຄືນ ຈຶ່ງບໍ່ຄວນລະເລີຍເລື່ອງຄວາມສະອາດຂອງຜ້າປູບ່ອນນອນ ເຖິງແມ່ນວ່າພາຍນອກຍັງເບິ່ງວ່າສະອາດຢູ່ ແຕ່ຄວາມເປັນຈິງແລ້ວມັນກັບເປັນແຫຼ່ງສະສົມເພື່ອພະຍາດໄດ້ຫຼາຍຢ່າງແບບບໍ່ຄາດຄິດ.

ໂດຍນັກວິໄຈໄດ້ກ່າວວ່າ ການປ່ອຍໃຫ້ເຊື້ອພະຍາດອາໄສຢູ່ຕາມຮອຍພັບ ຫຼື ຮອຍຫຍໍ້ຂອງຜ້າປູບ່ອນນອນ ສາມາດເຮັດໃຫ້ເຮົາບໍ່ສະບາຍໄດ້.

ທັ້ງນີ້ ເຊື້ອແບັດທີເຣຍ ແລະ ເຊື້ອພະຍາດທີ່ພົບເຫັນໃນບ່ອນນອນນັ້ນ ສ່ວນໜຶ່ງກໍ່ມາຈາກໂຕເຮົາເອງເຊັ່ນ ທັ້ງຈາກເຫື່ອ, ນ້ຳລາຍ ແລະ ເຊວຜິວທີ່ຖືກພັດອອກ
ນອກຈາກນີ້ ການນອນເທິງບ່ອນນອນຊ້ຳໆ ໂດຍທີ່ບໍ່ໄດ້ປ່ຽນຜ້າປູບ່ອນນອນເລີຍ ຍັງເປັນສາເຫດທີ່ເຮັດໃຫ້ເຮົາຄັດດັງ ແລະ ຈາມ ເພາະເຊື້ອພະຍາດຕ່າງໆ ຢູ່ໃກ້ກັບປາກ ແລະ ດັງຂອງເຮົາ ໃນຂະນະທີ່ເຮົານອນຫຼັບ ຊຶ່ງຈາກຜົນການວິໄຈເມື່ອບໍ່ດົນມານີ້ ພົບວ່າໝອນຂົນເປັດ ແລະ ໝອນໃຍສັງເຄາະທີ່ໃຊ້ງານມາດົນກວ່າ 10 ປີ ເປັນທີ່ຢູ່ອາໄສຂອງເຊື້ອຣາຫຼາຍເຖິງ 16 ຊະນິດກັນເລີຍ.

ດັ່ງນັ້ນ ຫາກບໍ່ຢາກເຈັບປ່ວຍ ຫຼື ສ່ຽງຕໍ່ການເປັນພູມແພ້ ເພາະນອນຢູ່ກັບເຊື້ອພະຍາດທຸກມື້ ກໍ່ຄວນຈະຊັກ ຫຼື ປ່ຽນຜ້າປູບ່ອນນອນໃຫ້ເປັນປະຈຳຫຼາຍຂຶ້ນ ຢ່າງໜ້ອຍອາທິດລະ 1 ຄັ້ງ ເພື່ອໃຫ້ການນອນຫຼັບບໍ່ເປັນຕົ້ນຕໍຂອງການນຳເຊື້ອພະຍາດເຂົ້າສູ່ຮ່າງກາຍໂດຍບໍ່ຈຳເປັນ.