ສິ່ງທີ່ນັກບໍລິຫານອົງກອນ ຄວນປະຕິບັດຕໍ່ພະນັກງານ

278

ຜູ້ບໍລິຫານ ຫຼື ຕຳແໜ່ງຜູ້ບໍລິຫານ ແມ່ນມີຄວາມສຳຄັນ ແລະ ມີຜົນຕໍ່ການດຳເນີນງານຂອງອົງກອນໃດໜຶ່ງ ຖ້າອົງກອນໃດໄດ້ຜູ້ບໍລິຫານເກັ່ງ, ດີ, ມີວິໄສທັດ ກໍມີທ່າອ່ຽງວ່າອົງກອນນັ້ນຈະມີ ອະນາຄົດສົດໃສ ຫຼື ອົງກອນມີ ຄວາມຍືນຍົງ, ປຽບດັ່ງເຮືອລຳນ້ອຍທີ່ມີຜູ້ຄັດທ້າຍເຮືອທີ່ເຂັ້ມແຂງ ແລະ ເກັ່ງ ສາມາດປະຄອງເຮືອໃຫ້ໄປຕາມທິດທາງທີ່ກໍານົດຫາຈຸດໝາຍປາຍທາງໄດ້ສຳເລັດ. ແຕ່ຫາກເຮືອລໍາໃດມີຜູ້ຄັດທ້າຍທີ່ບໍ່ມີຄຸນນະພາບ ແລະ ຂາດວິໄສທັດຊັດເຈນ ຫຼື ເອີ້ນວ່າ: ຂາດພາວະການເປັນຜູ້ບໍລິຫານ ກໍເປັນການຍາກທີ່ເຮືອລຳດັ່ງກ່າວຈະສາມາດໄປເຖິງຈຸດໝາຍປາຍທາງໄດ້ ເພາະວ່າ ກວ່າຈະໄປເຖິງຈຸດທີ່ມຸ່ງໝາຍນັ້ນມັນຈະປະກອບດ້ວຍຫຼາຍ ອົງປະກອບ ແລະ ອຸປະສັກຕ່າງໆນາໆເຂົ້າມາກະທົບຢ່າງຫຼວງຫຼາຍ.

ດັ່ງນັ້ນ, ຜູ້ບໍລິຫານຈຶ່ງຈຳເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ເພື່ອນຳພາອົງກອນໄປສູ່ຄວາມສຳເລັດ ພ້ອມໄດ້ຮັບການຍົກຍ້ອງນັບຖືຈາກພະນັກງານ ແລະ ຄົນໃນແວດວົງ, ດັ່ງນັ້ນພວກເຮົາມາເບິ່ງບາງເຕັກນິກທີ່ຜູ້ບໍລິຫານຫຼາຍອົງກອນປະຕິບັດກັນ:

  1. ເປົ້າໝາຍຄືຄວາມສຳເລັດ: ເຮັດວຽກດ້ວຍຄວາມທຸ່ມເທ ອຸທິດຕົນເຕັມທີ່ກັບວຽກທຸກຢ່າງ ແລະ ຕ້ອງມີການກຽມຄວາມພ້ອມຢູ່ສະເໝີສຳເລັບທຸກສະຖານະການ, ທີ່ສຳຄັນຄືມີວິໄສທັດມຸ່ງສູ່ຄວາມສຳເລັດຂອງອົງກອນ ເຊິ່ງຈະເປັນແບບຢ່າງທີ່ດີໃຫ້ກັບພະນັກງານໄດ້ປະຕິບັດຕາມ.

  2. ມີຄວາມກ້າຫານ: ກ້າທີ່ຈະຢືດໝັ້ນໃນສິ່ງທີ່ຖືກທີ່ຄວນ, ກ້າທີ່ຈະເວົ້າ, ກ້າທີ່ຈະເຮັດກ້າທີ່ຈະທຳ, ກ້າທີ່ຈະຄິດໃນສິ່ງທີ່ໃໝ່ໆ ເພື່ອພັດທະນາອົງກອນໃຫ້ມີ ຄວາມກ້າວໜ້າຍິ່ງໆຂຶ້ນໄປ. ນອກຈາກນີ້, ຍັງຕ້ອງກ້າທີ່ຈະປົກປ້ອງລູກນ້ອງ ເມື່ອເຫັນວ່າເປັນສິ່ງທີ່ຖືກຕ້ອງ ດີກວ່າຈະຢູ່ເສີຍໆປ່ອຍໃຫ້ລູກນ້ອງປະເຊີນຊາຕາກຳພຽງລຳພັງ ເຊິ່ງຈະເຮັດໃຫ້ທ່ານກາຍເປັນຜູ້ບໍລິຫານທີ່ລູກນ້ອງຕ່າງກໍບໍ່ໃຫ້ຄວາມເຄົາລົບໃນຕົວທ່ານ.

  3. ມີວິທີສື່ສານທີ່ດີ: ນອກຈາກຜູ້ນຳຈະຕ້ອງເບິ່ງການໄກ ແລະ ມີຄວາມຄິດໃໝ່ໆຢູ່ຕະຫຼອດແລ້ວ ການຈະຖ່າຍທອດ ຄວາມຄິດອອກໄປສູ່ການປະຕິບັດນັ້ນ ຈຳເປັນຕ້ອງອາໄສທັດສະການສື່ສານທີ່ດີມີປະສິດທິພາບ ເພື່ອໃຫ້ເກີດການປະຕິບັດນັ້ນເປັນໄປໃນທິດທາງ ແລະ ລວງດຽວກັນ, ປ້ອງກັນການເຮັດວຽກທີ່ຊໍ້າຊ້ອນທີ່ສ້າງຄວາມສັບສົນໃຫ້ກັບທີມງານ ຫຼື ລູກນ້ອງ, ທັງນີ້ກໍເພື່ອຄວາມສະດວກໃນການເຮັດວຽກຂອງລູກນ້ອງໃຫ້ໄປສູ່ຄວາມສຳເລັດໂດຍໄວ.

  4. ເຊື່ອໝັ້ນໃນສັກກະຍະພາບຂອງພະນັກງານ: ເຊື່ອວ່າພວກເຂົາສາມາດຮຽນຮູ້ ແລະ ພັດທະນາຕົນເອງໄດ້ ເຊິ່ງຈະເຮັດໃຫ້ພະນັກງານເກີດມີກຳລັງໃຈ, ມີແຮງຈູງໃຈໃນການເຮັດວຽກໃຫ້ດີ ແລະ ສຳເລັດດ້ວຍຕົວຂອງພວກເຂົາເອງ, ສ່ວນຜູ້ບໍລິຫານແມ່ນແນະນຳໃຫ້ການສະໜັບສະໜູນຢູ່ຫ່າງໆ.

  5. ຕິດຕາມຄວາມສຳເລັດ: ເມື່ອມອບໝາຍງານໃຫ້ພະນັກງານແລ້ວ ຜູ້ບໍລິຫານຕ້ອງກວດກາຄວາມເຄື່ອນໄຫວຜົນການເຮັດວຽກຕາມຂັ້ນຕອນວ່າສຳເລັດຮຽບຮ້ອຍດີ ຫຼື ບໍ່ ຫາກເກີດບັນຫາຕິດຂັດກໍຕ້ອງວິເຄາະສະຖານະການ ເພື່ອຫາຫົນທາງແກ້ໄຂບັນຫາຕໍ່ໄປ.

  6. ຕັ້ງຄຳຖາມເພື່ອຫາຄຳຕອບ: ເມື່ອມອບວຽກງານໃຫ້ແກ່ພະນັກງານແລ້ວ ຜູ້ບໍລິຫານທີ່ດີຕ້ອງບໍ່ຍອມຈຳນົນຕໍ່ອຸປະສັກ ແລະ ສິ່ງຕ່າງໆ ລວມທັງຢ່ານິ້ງນອນໃຈໃນການຫາຄຳຕອບໃຫ້ກັບສິ່ງທີ່ສົງໄສ ຕ້ອງເປັນຄົນຊ່າງສັງເກດ, ມັກຕັ້ງຄຳຖາມ ເພື່ອຫາຄຳຕອບເປັນການພັດທະນາທາງດ້ານຄວາມຄິດຢູ່ສະເໝີ ເຊິ່ງເມື່ອຄວາມຄິດໄດ້ພັດທະນາຢູ່ຕະຫຼອດເວລາກໍຈະເກີດຄວາມຄິດໃໝ່ທີ່ມີຄຸນຄ່າຕໍ່ການພັດທະນາອົງກອນຂອງທ່ານ.

  7. ປະເມີນຜົນງານຢ່າງຍຸຕິທຳ: ເມື່ອພະນັກງານໄດ້ຮັບມອບໝາຍວຽກຢ່າງເຕັມທີ່ ແລະ ມີຜົນງານທີ່ດີ ກໍສົມຄວນໄດ້ຮັບລາງວັນໃນຄວາມດີ ແລະ ຄວາມສາມາດຂອງເຂົາ ເຖິງວ່າຈະບໍ່ແມ່ນເງິນທອງກໍແມ່ນຄຳຍົກຍ້ອງ ແລະ ຊື່ນຊົມເຂົາ ເພື່ອເປັນກຳລັງໃຈໃຫ້ເຂົາຮັກສາຄວາມດີງາມ ແລະ ຄວາມສາມາດເອົາໄວ້ຕໍ່ໄປ.

ດັ່ງນັ້ນ, ການເປັນຜູ້ບໍລິຫານນັ້ນຈະມີພຽງແຕ່ອຳນາດຢ່າງດຽວບໍ່ໄດ້ ຈຳເປັນຕ້ອງມີບາລະມີຄວບຄູ່ກັນໄປດ້ວຍ ເພື່ອໃຫ້ພະນັກງານເກີດຄວາມເຄົາລົບນັບຖື ແລະ ພ້ອມທີ່ຈະເຮັດວຽກໜັກເພື່ອທ່ານ ແລະ ອົງກອນຂອງພວກເຂົາ ເຊິ່ງຢູ່ທີ່ການວາງຕົວຂອງທ່ານນັ້ນເອງ.

ທີ່ມາ: JobDB