ກຽມສົ່ງເສີມຜະລິດເຂົ້າຫອມສັງທອງ ແລະ ສ້າງຟາມຫອຍຫອມໃຫ້ເປັນສິນຄ້າ

331

ອໍານາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ເຫັນດີເປັນເອກະພາບໃຫ້ບໍລິສັດຂວັນເມືອງກຣຸບ ຈໍາກັດຜູ້ດຽວ ສຶກສາ ແລະ ສໍາຫຼວດໂຄງການອະນຸຮັກເຂົ້າຫອມສັງທອງ ແລະ ການອະນຸຮັກຫອຍຫອມເພື່ອສົ່ງເສີມປະຊາຊົນໃນເມືອງມີສ່ວນຮ່ວມໃນການຜະລິດເປັນສິນຄ້າ.

ກອງປະຊຸມປຶກສາຫາລື ແລະ ແຕ່ງຕັ້ງຄະນະກຳມະການຂັ້ນເມືອງ ເພື່ອປຶກສາຫາລືວາງແຜນສຳຫຼວດເກັບກຳຂໍ້ມູນໂຄງການປົກປັກຮັກສາອະນຸຮັກ, ພັດທະນາ ແລະ ສົ່ງເສີມຫອຍຫອມ – ເຂົ້າຫອມສັງທອງ ມີຂຶ້ນໃນວັນທີ 13 ຕຸລາ 2020 ທີ່ປົກຄອງເມືອງສັງທອງເຂົ້າຮ່ວມມີ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ, ທ່ານ ຄຳຫຼ້າ ນາກຄະວົງ ປະທານ ບໍລິສັດ ຂວັນເມືອງກຣຸບ ຈຳກັດຜູ້ດຽວ ມີຕົວແທນຈາກ 12 ຫ້ອງການອ້ອມຂ້າງເມືອງ, ນາຍບ້ານ 12 ບ້ານເປົ້າໝາຍເຂົ້າຮ່ວມ.

ໃນພິທີ ທ່ານ ຄຳຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງກຣຸບ ຈຳກັດຜູ້ດຽວ ແລະ ທ່ານ ຄຳຫຼ້າ ອິນຄະວິໄລ ຊ່ຽວຊານດ້ານຫອຍ ຈາກຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມຊ, ທ່ານ ອາຈານ ນາງ ໄມເຢີ ຊົ່ງ ຫົວໜ້າໜ່ວຍວິຊາພັດທະນາຊົນນະບົດ ແລະ ສົ່ງເສີມ, ຜູ້ຊ່ຽວຊານເຂົ້າຮ່ວມ ຕາງໜ້າຄະນະກະເສດສາດ ມຊ ໄດ້ເຊັນບົດບັນທຶກ ເພື່ອປຶກສາການສຳຫຼວດ ສຶກສາໃນໂຄງການປົກປັກຮັກສາອະນຸຮັກ ພັດທະນາສົ່ງເສີມຫອຍຫອມ – ເຂົ້າຫອມສັງທອງ.

ທ່ານ ຄຳຫຼ້າ ນາກຄະວົງ ກ່າວວ່າ: ໃນທີ່ປະຊຸມຄັ້ງນີ້ເຈົ້າເມືອງໄດ້ຮັບຮອງໂຄງການສຶກສາ ແລະ ສໍາຫຼວດໂຄງການອະນຸຮັກເຂົ້າຫ້ອມສັງທອງ ແລະ ການອະນຸຮັກຫອຍຫອມ ຕົ້ນຕໍມີແນວຄິດຢາກພັດທະນາສິນຄ້າພື້ນເມືອງລາວ ເຊິ່ງວ່າຫອຍຫອມມີຊື່ສຽງມາດົນນານ ໃນປັດຈຸບັນໃກ້ຈະສູນພັນ, ສະນັ້ນໂຄງການພວກເຮົາເປົ້າໝາຍແມ່ນປົກປັກຮັກສາ ແລະ ອະນຸຮັກ ພ້ອມພັດທະນາ ແລະ ຂະຫຍາຍແນວພັນສ້າງເປັນຟາມຫອຍໃນອະນາຄົດ. ສ່ວນເຂົ້າຫອມຈະເລີ່ມຕົ້ນໃນການຜະລິດແນວພັນ, ສົ່ງເສີມການປູກ ແລະ ເກັບຊື້, ສ້າງລານເຂົ້າທີ່ທັນສະໄໝໂຮງເກັບເຂົ້າ, ໂຮງສີ ແລະ ໂຮງຜະລິດ ( ຫຸ້ມຫໍ່ ) ເພື່ອເຮັດໄດ້ແນວນັ້ນບໍລິສັດໄດ້ຮ່ວມມືກັບອາຈານ ແລະ ຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດໃນການສຶກສາ – ຄົ້ນຄວ້າ ຄາດວ່າໃຊ້ເວລາບໍ່ເກີນ 6 ເດືອນ ໃຫ້ສາມາດສະຫຼຸບຜົນສຶກສາຄົ້ນຄວ້າ ຖ້າມີ ຄວາມເປັນໄປໄດ້ກໍ່ຈະສືບຕໍ່ໃນການລົງທຶນ ເພື່ອສົ່ງເສີມ 2 ກິດຈະກໍາດັ່ງກ່າວ.

ທ່ານ ພົງສະຫວັນ ສີລິພັນ ໄດ້ກ່າວວ່າ: ເປັນໂຄງການທີ່ດີຈະສ້າງປະໂຫຍດໃຫ້ຜູ້ລົງທຶນ, ພາກລັດ ແລະ ປະຊາຊົນໃຫ້ໄດ້ຮັບການພັດທະນາໃນການຜະລິດເຂົ້າ ແລະ ອະນຸຮັກຂະຫຍາຍພັນຫອຍຫອມ ເຊິ່ງພາຍຫຼັງໄດ້ປະຊຸມກັນກໍເປັນເອກະສັນຮັບຮອງໂຄງການດັ່ງກ່າວ ໂດຍໃຫ້ບໍລິສັດຂວັນເມືອງສຶກສາ ແລະ ສໍາຫຼວດໂຄງການ, ພາຍຫຼັງສໍາຫຼວດແລ້ວໃຫ້ບໍລິສັດເຮັດບົດວິພາກເສດຖະກິດ ລາຍງານຕໍ່ກອງປະຊຸມຄະນະພັກເມືອງໃນເວລາອັນເໝາະສົມ.

ໃນທີ່ປະຊຸມ ບໍລິສັດ ຂວັນເມືອງກຣຸບ ຈຳກັດຜູ້ດຽວ ເຫັນດີຈະປະກອບສ່ວນສະໜັບສະໜູນອໍານາດປົກຄອງເມືອງໃນການສ້າງສວນຈໍາລອງ ຮູບຫອຍຫອມຂະໜາດໃຫຍ່ຢູ່ 3 ແຍກທາງເຂົ້າໄປເມືອງສັງທອງ ເພື່ອສ້າງເປັນສະຖານທີ່ທ່ອງທ່ຽວ ແລະ ຈຸດຊົມວິວ ແລະ ຖ່າຍຮູບກ່ອນເຂົ້າຕົວເມືອງສັງທອງ.