ອຸຕຸອອກແຈ້ງເຕືອນໄພ ພາຍຸນັງກາ 14-16ຕຸລາ, 5 ແຂວງພາກເຫນືອ ແລະ ພາກກາງ ຈະມີຝົນຕົກໜັກ

378

ອຸຕຸອອກແຈ້ງເຕືອນໄພ ພາຍຸນັງກາ ຈະເຄື່ອນເຂົ້າພາກກາງ ຫາ ພາກເຫນືອຂອງ ປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກຫນັກ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາ ແຂວງ ພາກເຫນືອ ແລະ ພາກກາງ ໃນໄລຍະວັນທີ 14 ຫາ 16 ຕຸລາ 2020 ນີ້.


ວັນທີ13 ຕຸລາ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໄພພາຍຸຫມຸນເຂດຮ້ອນ ແຕ່ໄລຍະວັນທີ 14 ຫາ 16 ຕຸລາ 2020 ສະບັບທີ 3 ໂດຍລະບຸວ່າ: ພາຍຸຫມຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈໍາປີ 2020 ໄດ້ປົກຄຸມຢູ່ເຂດທະເລຈີນໃຕ້ ຕອນເທິງ ຊຶ່ງໃນເວລາ 10 ໂມງ 45 ນາທີ ຂອງວັນທີ 13 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະຫນານທີ່ 18.6 ອົງສາເຫນືອ ແລະ ເສັ້ນ ແວງທີ່ 11.6 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ.


ພາຍຸ ຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮຫນໍາ ໃນຄືນຂອງວັນນີ້ ແລະ ໃນຕອນເຊົ້າ ຂອງວັນທີ 14 ຕຸລາ 2020 ຈະເຄື່ອນທີ່ຂຶ້ນຝັ່ງ ທາງພາກເຫນືອດ້ານຕາເວັນອອກ ຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ເຄື່ອນເຂົ້າຜ່ານທາງພາກກາງ ຫາ ພາກເຫນືອຂອງ ປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກຫນັກ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາ ແຂວງ ພາກເຫນືອ ແລະ ພາກກາງ ໃນໄລຍະວັນທີ 14 ຫາ 16 ຕຸລາ 2020 ນີ້.


ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກເຫນືອ ແລະ ພາກກາງ ເຊັ່ນ: ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ ແລະ ຄໍາມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກຫນັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ໍາຖ້ວມຊຸ, ດິນເຈື່ອນ ແລະ ນ້ໍາຖ້ວມອັ່ງ.


ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການ ແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຂ່າວ: ສັນຕິ