ກຸ່ມຈັກສານໄມ້ປ່ອງບ້ານນາຍົມ ເມືອງສົບເບົາ ໄດ້ຮັບກາໝາຍສິນຄ້າໂອດ໋ອບ

185

ພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງ ຫົວພັນ ຈັດພິທີເປີດປ້າຍກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງກຸ່ມຈັກສານໄມ້ປ່ອງບ້ານນາຍົມ ເມືອງສົບເບົາ ຂຶ້ນໃນວັນທີ 9 ຕຸລາ 2020.

ເຂົ້າຮ່ວມມີ ທ່ານ ວັນແສງ ຄຳມັງໄຊ ຫົວໜ້າພະແນກ ອຄ, ທ່ານ ນາງ ພອນວັນ ອິນທະວົງ ຮອງພະແນກ, ຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງພະແນກເຂົ້າຮ່ວມ ພ້ອມດ້ວຍການນຳເມືອງສົບເບົານຳໂດຍ ທ່ານ ຄຳລ້ຽນ ເພັດສີທອນ ຮອງເຈົ້າເມືອງສົບເບົາ.

ພິທີດັ່ງກ່າວໄດ້ເປີດປ້າຍກາໝາຍໂອດ໋ອບ ( ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ) ໃຫ້ກຸ່ມຫັດຖະກໍາຈັກສານໄມ້ປ່ອງ ບ້ານນາຍົມ ເມືອງສົບເບົາ ປະກອບມີ 80 ຄອບຄົວ; ຜະລິດຕະພັນຫຼັກຂອງກຸ່ມແມ່ນແອບເຂົ້າ ( ມີຫຼາຍຂະໜາດ ), ກະດົ້ງ, ເຂິງ, ຂ້ອງໃສ່ປາ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ 235 ລ້ານກີບຕໍ່ປີ, ສະເລ່ຍໃສ່ຄອບຄົວປະມານ 3 ລ້ານກີບຕໍ່ຄອບຄົວຕໍ່ປີ, ຖືວ່າເປັນອີກໜຶ່ງຊ່ອງທາງທີ່ຊ່ວຍແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ຄ່ອຍໆຫຼຸດພົ້ນຈາກ ຄວາມທຸກຍາກເທື່ອລະກ້າວ.

( ຂໍ້ມູນ: ພະແນກອຸດສາຫະກຳ ແລະ ການຄ້າ )