ອຸຕຸເຕືອນພາຍຸນັງກາ! ຈະພັດເຂົ້າສປປລາວໃນວັນທີ14-15 ຕຸລາ ເຮັດໃຫ້ມີຝົນຕົກທົ່ວທຸກພາກຂອງປະເທດ

132

ພະຍາກອນອາກາດປະຈຳວັນທີ 13 /10/2020 ຈາກກົມອຸຕຸນິຍົມແລະອຸທົກກະສາດລະບຸວ່າ: ພາຍຸໝຸນເຂດຮ້ອນ ນັງກາ (Nangka) ຫົວທີ 16 ປະຈຳປີ 2020, ຊຶ່ງໃນເວລາ 7 ໂມງເຊົ້າຂອງມື້ນີ້(13ຕຸລາ) ມີຈຸດສູນກາງຢູ່ເສັ້ນຂະ ໜານທີ 18.3 ອົງສາເໜືອ ແລະ ເສັ້ນແວງທີ 112.0 ອົງສາຕາເວັນອອກ

ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 20 ກິໂລແມັດ ຕໍ່ຊົວໂມງ ຄາດວ່າພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮໜໍາ ແລະ ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 14 – 15 ຕຸລາ 2020 ນີ້.

ວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກເໜືອດ້ານຕາເວັນອອກ ແລະ ຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນແຂວງພາກ ເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ເຂດແຂວງດັ່ງກ່ວາ. ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພະ​ຍາ​ກອນ​ລະ​ດັບ​ນ້ຳ​ຂອງ ແລະ ສາ​ຂາ​ແມ່​ນ້ຳ​ຂອງ ປະຈໍາ​​ວັນ​ທີ 13 ຕຸລາ 2020

.

ສະພາບອາກາດຕົວຈິງ ປະຈຳວັນທີ 13 ຕຸລາ 2020 ຝົນຕົກຫຼາຍທີ່ສຸດຢູ່ສາລະວັນ, ຮອງມາແມ່ນນິຍົມ34

.

.

.