ອີຢູ ເກັບພາສີນຳເຂົ້າເຫຼັກຈາກຈີນ – ອິນໂດເນເຊຍ

141

ສະຫະພາບເອີຣົບ ( ອີຢູ ) ກຽມເກັບພາສີນຳເຂົ້າເຫຼັກຈາກ ສປ ຈີນ ແລະ ອິນໂດເນເຊຍ ຫຼັງຈາກທີ່ປະເທດເຫຼົ່ານີ້ ມີການທຸ່ມຕະຫຼາດ ( AD ) ຂາຍເຫຼັກໃນ ອີຢູ ດ້ວຍລາຄາທີ່ຕ່ຳກວ່າຄວາມເປັນຈິງ ເຊິ່ງສ້າງຄວາມເສຍຫາຍຕໍ່ຜູ້ຜະລິດເຫຼັກໃນອິຕາລີ, ແບນຊິກ ແລະ ແຟງລັງ.

ທັງນີ້, ຄະນະກຳມາທິການເອີຣົບ ( EC ) ເຊິ່ງເປັນອົງການບໍລິຫານຂອງ ອີຢູ ແລະ ເປັນຜູ້ໄຕ່ສວນກໍລະນີດັ່ງກ່າວ ໄດ້ປະກາດເກັບພາສີຕໍ່ຕ້ານ AD ຕໍ່ເຫຼັກທີ່ນຳເຂົ້າຈາກ ຈີນ ໃນລະດັບ 19%, ເຫຼັກທີ່ນຳເຂົ້າຈາກອິນໂດເນເຊຍ 17,3% ແລະ ເຫຼັກທີ່ນຳເຂົ້າຈາກໄຕ້ຫວັນ 7,5% ໂດຍມີຜົນນັບແຕ່ວັນທີ 9 ຕຸລາເປັນຕົ້ນໄປ.