ລາຍງານສະພາບນໍ້າຖ້ວມຢູ່ເມືອງນອງ ວັນທີ 9 ຕຸລາ, ສ່ວນຝົນຍັງສືບຕໍ່ຕົກ

182

ວິທະຍຸກະຈາຍສຽງ ສະຫວັນນະເຂດ (Savannakhet Radio), ຝົນຍັງສືບຕໍ່ຕົກລິນຕະຫຼອດມື້ຕະຫຼອດຄືນເຊິ່ງໄດ້ຮັບອິດທິພົນຈາກ ພາຍຸ ດີເປັກຊັ້ນ ເລີ່ມແຕ່ວັນທີ6 ຕຸລາ 2020 ຮອດປະຈຸບັນ,ມີຝົນຕົກລິນ,ຕົກແຮງບາງຄັ້ງເຮັດໃຫ້ເສັ້ນທາງລະຫວ່າງເມືອງກັບເມືອງ ແລະບ້ານຕໍ່ບ້ານຖືກຕັດຂາດ ,ຈຸດຫົວຂົວຖືກນ້ຳເຊາະເຈື່ອນເຊິ່ງພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ ລົດໃຫຍ່ທຸກປະເພດແມ່ນບໍ່ສາມາດຂ້າມໄປມາໄດ້ເປັນຕົ້ນ:ເສັ້ນທາງແຕ່ບ້ານ ດົງສະຫວັນ ເມືອງເຊໂປນ ຫາເມືອງນອງ ການສັນຈອນຕ້ອງໄດ້ໃຊ້ເຮືອຫຼືບັກເທົ່ານັ້ນຂ້າມ


ສ່ວນເສັ້ນທາງລະຫວ່າງບ້ານຕໍ່ບ້ານຂອງເມືອງນອງຖືກຕັດຂາດຫຼາຍບ່ອນເຊັ່ນ: ເຂດຈຸດສຸມແກ້ງລີ້ນມີເສັ້ນທາງແຕ່ບ້ານໄກສອນ-ຕັງອະຫາບ້ານແກ້ງລີ້ນ,ແຕ່ຈຸດສຸມແກ້ງລີ້ນຫາ ບ້ານປະຈະຕຽນ ຈຸດນ້ຳຖ້ວມຂັງແມ່ນຂົວຈົມເຊສະໝູນ ປະຊາຊົນຕ້ອງໄດ້ໃຊ້ເຮືອຂ້າມ,ເຂດຈຸດສຸມປະເລາະ-ອາສີງເສັ້ນທາງຖືກຕັດຂາດໃນບໍລິເວນທີ່ເປັນຫ້ວຍມີ: ແຕ່ບ້ານອາສີງ ຫາບ້ານແສນ ແລະ ບ້ານອາສີງສາລີຄຖ້ມ1ຫາຄຸ້ມ2; ໃນນັ້ນມີເສົາໄຟຟ້າຫັກໂຄ້ນລົງມາ2ຫຼັກ ໄຟດັບ.

ດັ່ງນັ້ນຈຶ່ງຂໍຝາກເຕືອນພໍແມ່ພີ່ນ້ອງປະຊາຊົນທຸກຂົງເຂດກໍ່ຄືປະຊາຊົນຊາວເມືອງ ບ້ານທິ່ຕິດກັບແຄມເຊ,ສາຍນ້ຳນ້ອຍໃຫຍ່ຈົ່ງມີສະຕິລະວັງຕົວຢູ່ຕະຫຼອດເວລາ.

ຂະນະທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດພະຍາກອນອາກາດປະຈຳວັນທີ 09/10/2020ວ່າ: ຄວາມກົດດັນອາກາດສູງຈາກປະເທດເທດຈີນໄດ້ມີກໍາລັງແຮງເພີ້ມຂຶ້ນຍັງຈະສືບຕໍ່ແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ, ສ່ວນພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສ່ຽງເໜືອໄດ້ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້ໃນໄລຍະວັນທີ 09 ຫາ 11 ຕຸລາ 2020 ນີ້.

ແຈ້ງເຕືອນລະດັບແມ່ນໍ້າສາຂາ ແກ້ງກອກ(ເຊຈໍາພອນ) ປະຈຸບັນແມ່ນໄດ້ຂຶ້ນກາຍເຂດລະວັງໄພແລ້ວ, ຊຶ່ງໃນຕອນເຊົ້າມຶ້ນີ້ແທກໄດ້ 7 ແມັດ 60 ຊັງຕີແມັດ(ເຂດລະວັງໄພແມ່ນ 7 ແມັດ 50 ຊັງຕີແມັດ) ແລະ ແມ່ນໍ້າສາຂາ ເຊໂປນ (ເຊບັ້ງຫຽງ) ແມ່ນໄດ້ຂຶ້ນກາຍເຂດອັນຕະລາຍ ແລະ ໃນຕອນເຊົ້າມຶ້ນິ້ແທກໄດ້ 18 ແມັດ 20 ຊັງຕີແມັດ (ເຂດອັນຕະລາຍແມ່ນ 17 ແມັດ 00 ຊັງຕີແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.