ອີຊູຊຸ ສະຫຼອງຍອດຈອງ ກະບະລຸ້ນໃໝ່! “All-New Isuzu D-Max” 10 ວັນ 100 ຄັນ

192

ຫຼັງຈາກເປີດໂຕແນະນຳລົດຢ່າງເປັນທາງການເມື່ອວັນເສົາທີ 26 ກັນຍາທີ່ຜ່ານມາ ລົດກະບະລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ໄດ້ຮັບຄວາມສົນໃຈຢ່າງຫຼົ້ນຫຼາມຈົນລູກຄ້າຈຳນວນຫຼາຍທີ່ລໍຖ້າເບີ່ງລົດໂຕຈິງ ທີ່ໂຊລູມລົດອີຊູຊຸ ແລະ ຊ່ອງທາງສື່ອອນໄລ ໂດຍສາມາດໄດ້ຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະພຽງ 10ວັນ ຫຼັງຈາກການເປີດໂຕ.

.


ທ່ານ ໂທຊິອາກິ ມາເອຕາວະ (Toshiaki Maekawa) ປະທານ ບໍລິສັດ ຕຣີເພຊ ອີຊູຊຸເຊວ໌ ຈຳກັດ ຜູ້ຈັດຈຳໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸ ມິວ-ເອັກ ໃນ ສປປ ລາວ ໄດ້ກ່າວວ່າ:“ອີຊູຊຸຮູ້ສຶກພູມໃຈທີ່ລົດກະບະລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ເປັນລົດກະບະທີ່ຖືກໃຈປະຊາຊົນລາວ ໂດຍໄດ້ຮັບສຽງຊື່ນຊົມຈາກລູກຄ້າໃນເລື່ອງຮູບໂສມທີ່ສວຍງາມ ພາຍໃນຫຼູຫຼາບໍ່ຄືກັບວ່າເປັນລົດກະບະເລີຍ ລວມທັງເຕັກໂນໂລຊີຕ່າງໆທີ່ອີຊູຊຸຈັດມາໃຫ້ຢ່າງຄົບຄັນ ສົມກັບເປັນ “ຜູ້ນຳແຫ່ງໂລກກະບະໂຕຈິງ”.

.

ພ້ອມນັ້ນຍັງນຳສະເໜີໃນລາຄາທີ່ຄຸ້ມຄ່າເມື່ອທຽບກັບອັອບຊັ່ນທີ່ອີຊູຊຸຈັດໃຫ້ເຕັມທີ 24,900 USD ຈຶ່ງສົ່ງຜົນໃຫ້ຍອດຈອງທະລຸ 100 ຄັນ ໃນໄລຍະເວລາອັນສັ້ນພຽງ 10 ວັນເທົ່ານັ້ນ. ອີຊູຊຸຂໍຂອບໃຈປະຊາຊົນ ສປປ ລາວ ຢ່າງສູງທີ່ໄວ້ວາງໃຈ ເລືອກໃຊ້ລົດອີຊູຊຸ ແລະ ຈະພະຍາຍາມສົ່ງມອບລົດໃຫ້ລູກຄ້າຢ່າງໄວ້ທີ່ສຸດທີ່ເຮົາຈະເຮັດໄດ້”

.

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ ລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ພ້ອມເປັນເຈົ້າຂອງກ່ອນໃຜກັບຂໍ້ສະເໜີສຸດພິເສດ ສາມາດຕິດຕໍ່ຫ້ອງສະແດງສິນຄ້າອີຊູຊຸທຸກສາຂາໄດ້ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ

.