ຫໍພິພິທະພັນແຫ່ງຊາດ ຫລັງໃໝ່ເປີດໃຫ້ບໍລິການຢ່າງເປັນທາງການ, ວັນຈັນ-ສຸກ ເວລາ 08:00 ໂມງ ຫາ 16:00ໂມງ

398

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ໄດ້ຈັດພິທີເປີດການວາງສະແດງ ຫໍພິພິທະ ພັນແຫ່ງຊາດຫລັງໃໝ່ ໃນວັນທີ 6 ຕຸລາ 2020, ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


ຫໍພິພິທະພັນແຫ່ງຊາດ ຫລັງໃໝ່ ຕັ້ງຢູ່ຖະໜົນໄກ ສອນ ພົມວິຫານ ບ້ານສີວິໄລ, ເມືອງໄຊທານີ ນະຄອນ ຫລວງວຽງຈັນ, ເປີດໃຫ້ບໍລິການ ເພື່ອສະໜອງການບໍລິ ການແຂກພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ, ສຶກສາ, ຮຽນຮູ້ປະຫວັດສາດ ແລະ ມໍລະດົກທາງວັດທະນະທໍາ ທີ່ໂດດເດັ່ນຂອງຊາດລາວ ແຕ່ແຜ່ນດິນລາວຍຸກດຶກດໍາບັນຈົນເຖິງປັດຈຸບັນ ທີ່ໄດ້ຈັດວາງສະແດງຢູ່ ຫໍພິພິທະ ພັນແຫ່ງນີ້ ໂດຍເປີດໃຫ້ບໍລິການທຸກວັນ ຈັນ-ສຸກ ເວລາ 08:00 ໂມງ ຫາ 16:00ໂມງ, ໃນໄລຍະເປີດໃໝ່ ລາຄາປີ້ເຂົ້າຊົມສໍາລັບຄົນລາວ ແມ່ນ 2.000 ກີບ, ສ່ວນຄົນຕ່າງປະເທດແມ່ນ 10 ພັນກີບ.

ທ່ານ ນາງ ວັນເພັງ ແກ້ວປັນຍາ ຜູ້ອໍານວຍການ ຫໍພິິພິທະພັນແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ຫໍພິພິທະພັນແຫ່ງຊາດໃນເມື່ອກ່ອນ ແມ່ນຫໍວາງສະແດງມູນເຊື້ອ, ເຊິ່ງໄດ້ການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງວັນສະຖາປະ ນາ ສປປ ລາວ ຄົບຮອບ 5 ປີ (1975-1980) ຕໍ່ມາໄດ້ປ່ຽນເປັນຫໍພິພິທະພັນປະຕິວັດໃນ ປີ 1985, ມາຮອດປີ 2000 ໄດ້ຍົກລະດັບຂຶ້ນເປັນຫໍພິພິທະພັນແຫ່ງຊາດ, ໂດຍນໍາໃຊ້ອາຄານເກົ່າສ້າງຂຶ້ນໃນ ປີ 1925 ເຊິ່ງເປັນສະຖາປັດຕະຍະກຳຍຸກອະນານິຄົມ.

ມາຮອດປີ 2017 ຫໍພິພິທະພັນແຫ່ງຊາດ ໄດ້ຍ້າຍມາຢູ່ອາຄານຫລັງໃໝ່ ຫລັງຈາກນັ້ນ ໃນປີ 2018 ຫໍພິພິທະພັນແຫ່ງຊາດ ໄດ້ຮັບງົບປະມານພາກລົງທຶນຂອງລັດລວມມູນຄ່າ ເກືອບ 3 ຕີ້ກີບ ເພື່ອນໍາໃຊ້ເຂົ້າໃນການອອກແບບ ແລະ ຕິດຕັ້ງຝາຂັ້ນຫ້ອງ, ຕູ້ວາງສະແດງ ແລະ ແທ່ນວາງສະແດງ ໃນຫ້ອງວາງສະແດງ 1 ສະໄໝກ່ອນປະຫວັດສາດ ໂດຍແມ່ນກຸ່ມບໍລິສັດ ຄໍາໄພ ຊະນະ ຈໍາກັດຜູ້ດຽວ ເປັນຜູ້ອອກແບບ ແລະ ຕິດຕັ້ງ, ເຊິ່ງການຕິດຕັ້ງສໍາເລັດ 100% ໃນເດືອນຕຸລາ 2019. ຫລັງ ຈາກນັ້ນ, ໄດ້ເລີ່ມຕິດຕັ້ງການວາງສະແດງຕາມໂຄງຮ່າງ ເນື້ອໃນວາງສະແດງທີ່ໄດ້ກໍານົດ ແລະ ຮັບ ຮອງເອົາ 3 ຫົວຂໍ້ໃຫຍ່ ຄື: ແຜ່ນດິນລາວຍຸກດຶກດໍາບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ. ແຕ່ລະຫົວຂໍ້ໃຫຍ່ປະກອບມີຫົວຂໍ້ນ້ອຍ ເພື່ອລົງເລິກລາຍລະອຽດຂອງແຕ່ລະຍຸກສະໄໝ ໃຫ້ເຂົ້າໃຈແຈ້ງ ແລະ ງ່າຍຂຶ້ນສໍາລັບແຂກເຂົ້າຊົມ. ພ້ອມດຽວກັນນີ້, ກໍໄດ້ມີການຈັດວາງສະແດງເພີ່ມ ບັນດາວັດຖຸບູຮານ ທີ່ໄດ້ຮັບຈາກໂຄງການຂຸດຄົ້ນບໍ່ຄໍາເຊໂປນ ໃນປີ 2019 ແລະ ເພີ່ມຕູ້ວາງສະແດງຈຳນວນໜຶ່ງ, ເຊິ່ງວັດຖຸບູ ຮານທີ່ໄດ້ຈັດວາງສະແດງ ຢູ່ໃນພາກນີ້ປະກອບ ມີ: ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ, ເຄື່ອງທອງສໍາລິດ, ພະພຸດທະຮູບຫີນ, ເທວະຮູບຫີນ ແລະ ອື່ນໆອີກ ລວມທັງໝົດມີ 279 ລາຍການ.


ສໍາລັບຫ້ອງວາງສະແດງ 2 ປະຫວັດສາດຊາດລາວສະໄໝລ້ານຊ້າງ ແມ່ນຍັງບໍ່ທັນໄດ້ອອກແບບວາງສະແດງຖາວອນເທື່ອ ແຕ່ປັດຈຸບັນໄດ້ຈັດວາງສະແດງແລ້ວ ແບບເຄິ່ງຖາວອນ ໂດຍນໍາໃຊ້ຕູ້ວາງສະແດງເກົ່າ ທີ່ຍົກຍ້າຍມາຈາກອາຄານຫລັງເກົ່າ ເປັນການຊົ່ວຄາວຊໍາຊາໄດ້ ມີ ການອອກແບບວາງສະແດງ ແລະ ຕິດຕັ້ງຫ້ອງວາງສະແດງໃໝ່ ເຊິ່ງເນື້ອໃນວາງສະແດງ ປະກອບມີ 4 ຫົວຂໍ້ນ້ອຍຄື: ອານາຈັກລາວລ້ານຊ້າງສະໄໝຊຽງທອງ ເປັນນະຄອນຫລວງ ໃນສະຕະວັດທີ 14-15, ອານາຈັກລາວລ້ານຊ້າງສະໄໝວຽງຈັນ ເປັນນະຄອນຫລວງ ໃນສະຕະ ວັດທີ 16-17, ອານາຈັກລາວລ້ານຊ້າງ ສະໄໝຖືກແຍກອອກເປັນສາມອານາຈັກ ໃນສະຕະວັດທີ 18 ແລະ ອານາຈັກລາວລ້ານຊ້າງ ຕົກເປັນເມືອງສ່ວຍຂອງສັກດິນາສະຫຍາມ ໃນສະຕະວັດທີ 18-19, ບັນດາວັດຖຸບູຮານ ທີ່ໄດ້ຈັດວາງສະແດງ ຢູ່ຫ້ອງວາງສະແດງ 2 ນີ້ ກໍມີຫລາກຫລາຍ ປະເພດເຊັ່ນກັນ ລວມທັງໝົດມີ 585 ລາຍການ.

Cr: ກິດຕາ; ພາບ: ອ່າຍຄຳ