ແອເອເຊຍ ປະກາດຢຸດຕິກິດຈະການໃນຍີ່ປຸ່ນ

159

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມບໍລິສັດສາຍການບິນແອເອເຊຍ ສາຍການບິນ ຕົ້ນທຶນຕໍ່າຂອງມາເລເຊຍ ໄດ້ປະກາດຢຸດຕິການດຳເນີນງານຮ່ວມກັບພັນທະມິດໃນປະເທດຍີ່ປຸ່ນແລ້ວໃນວັນທີ 5 ຕຸລາ  ຜ່ານມາ.

ຖະແຫຼງການຂອງສາຍການບິນແອເອເຊຍ ລະບຸວ່າ: ໄດ້ຮັບແຈ້ງການຈາກຄະນະກຳມະການຂອງແອເອເຊຍ ເຈແປນ ( AAJ ) ວ່າໄດ້ຕັດສິນໃຈຢຸດຕິດຳເນີນທຸລະກິດໃນຍີ່ປຸ່ນ ໂດຍມີຜົນທັນທີ “ ພວກເຮົາເຄົາລົບການຕັດສິນໃຈຂອງ ເອເອເຈ ເພາະຫາກຝືນດຳເນີນກິດຈະການຕໍ່ໄປຍິ່ງສິ້ນເປືອງເງິນລ້າໆ, ທັງນີ້ບໍລິສັດແອເອເຊຍ ຍິ່ງມີ ຄວາມທ້າທາຍຫຼາຍຂຶ້ນຈາກການລະບາດຂອງພະຍາດໂຄວິດ – 19 ທີ່ແກ່ຍາວ, ໃນຂະນະທີ່ສັນຍານການຟື້ນຕົວຂອງອຸດສາຫະກຳການບິນຍັງມືດມົວ ”.