ເມືອງຫົງສາ ເກັບລາຍຮັບໄດ້ 3,6 ຕື້ກວ່າກີບ

273

ການຈັດເກັບລາຍຮັບ 9 ເດືອນປີ 2020 ຂອງເມືອງຫົງສາ ຍັງພົບຄວາມຫຍຸ້ງຍາກຫຼາຍປະການ ຍ້ອນການລະບາດຂອງພະຍາດໂຄວິດ – 19 ໂດຍຈັດເກັບລາຍຮັບໄດ້ 3,61 ຕື້ກີບ ເທົ່າກັບ 92,07% ຂອງແຜນການປີ.

ທ່ານ ບຸນທະວີ ສີປະເສີດ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງຫົງສາ ແຂວງໄຊຍະບູລີ ໄດ້ລາຍງານໃນວັນທີ 2 ຕຸລາ 2020 ວ່າ: ໃນໄລຍະ 9 ເດືອນ 2020 ຕາມແຜນການຈັດເກັບລາຍຮັບທັງໝົດ 3,92 ຕື້ກີບ ປະຕິບັດໄດ້ 3,61 ຕື້ກີບ ເທົ່າກັບ 92,07% ຂອງແຜນການປີ. ໃນນີ້, ຮັບຈາກສ່ວຍສາອາກອນ 3,50 ຕື້ກີບ ເທົ່າກັບ 93,27% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ 113,38 ລ້ານກີບ ເທົ່າກັບ 65,92% ຂອງແຜນການ  ປີ.

ການລົງທຶນຂອງລັດຢູ່ພາຍໃນເມືອງ ມີທັງໝົດ 9 ໂຄງການ ມູນຄ່າທັງໝົດ 118,81 ຕື້ກີບ ປະຕິບັດໄດ້ 41% ມູນຄ່າ 48,75 ຕື້ກີບ. ໃນນີ້, ໂຄງການທີ່ສະພາແຫ່ງຊາດອະນຸມັດ 3 ໂຄງການ ມູນຄ່າທັງໝົດ 65,92 ຕື້ກີບ, ໂຄງການລົງທຶນທີ່ນໍາໃຊ້ທຶນພັດທະນາທ້ອງຖິ່ນຂອງໂຄງການໄຟຟ້າຫົງສາ ມີ 5 ໂຄງການ ມູນຄ່າ 51,84 ຕື້ກີບ, ໂຄງການສົມທົບທຶນຂອງປະຊາຊົນກໍ່ສ້າງທາງເບຕົງ, ຮ່ອງລະບາຍນ້ຳ ທາງຮ່ອມບ້ານຈອມແຈ້ງ 1 ໂຄງການ ມູນຄ່າ 1,04 ຕື້ກີບ.

ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ມີ 2 ໂຄງການ ຄື: ປູກໝາກໂມລະດູແລ້ງ ມູນຄ່າ 14 ຕື້ກີບ ປະຕິບັດໜ້າວຽກສຳເລັດ 100% ( ແຕ່ພົບບັນຫາການສົ່ງອອກບໍ່ໄດ້ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19; ການລົງທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ມີ 2 ໂຄງການ ມູນຄ່າ 8,28 ຕື້ກີບ. ນອກນັ້ນ, ການປ່ອຍສິນເຊື່ອຂອງທະນາຄານທີ່ເປັນໜ່ວຍບໍລິການປະຈຳເມືອງ ສາມາດລະດົມເງິນຝາກໄດ້ທັງໝົດ 295,86 ຕື້ກີບ ແລະ ປ່ອນສິນເຊື່ອໄດ້ທັງໝົດ 34,80 ຕື້ກີບ.

ສ່ວນທິດທາງແຜນການ 3 ເດືອນທ້າຍປີ 2020 ເມືອງຫົງສາ ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 311,48 ລ້ານກີບ. ໃນນີ້, ລາຍຮັບຈາກສ່ວຍສາອາກອນໃຫ້ໄດ້ 252,87 ລ້ານກີບ ແລະ ຮັບຈາກຊັບສິນຂອງລັດ ໃຫ້ໄດ້ 58,61 ລ້ານກີບ; ສືບຕໍ່ຈັດຕັ້ງປະຕິບັດໂຄງການລົງທຶນທັງໝົດ 8 ໂຄງການ ມູນຄ່າທັງ ໝົດ 117,16 ຕື້ກີບ. ໃນນີ້, ໂຄງການສະພາແຫ່ງຊາດອະນຸມັດ 3 ໂຄງການ ມູນຄ່າທັງໝົດ 65,92 ຕື້ກີບ, ໂຄງການລົງທຶນທີ່ນຳໃຊ້ທຶນພັດທະນາທ້ອງຖິ່ນຂອງໂຄງການໄຟຟ້າຫົງສາ 4 ໂຄງການ ມູນຄ່າ 50,18 ຕື້ກີບ, ໂຄງການທຶນສົມທົບລັດ ແລະ ປະຊາຊົນກໍ່ສ້າງທາງເບຕົງ, ຮ່ອງລະບາຍນ້ຳ ທາງຮ່ອມບ້ານຈອມແຈ້ງ 1 ໂຄງການ ມູນຄ່າ 1,04 ຕື້ກີບ; ສືບຕໍ່ຈັດຕັ້ງປະຕິບັດ 1 ໂຄງການ ຄື: ກໍ່ສ້າງເສັ້ນທາງແຕ່ບ້ານວຽງແກ້ວ ຫາ ຊາຍແດນເມືອງໄຊສະຖານ ມີລວງຍາວທັງໝົດ 26,1 ກິໂລແມັດ ມູນຄ່າ 8,10 ຕື້ກີບ.

ຊຸກຍູ້ໜ່ວຍບໍລິການທະນາຄານສາຂາຕ່າງໆທີ່ຢູ່ພາຍໃນເມືອງ ສະໜອງສິນເຊື່ອໃຫ້ແກ່ພາກສ່ວນທຸລະກິດຕ່າງໆ ໂດຍສະເພາະການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງຂະໜາດນ້ອຍ ແລະ ການຄ້າຂາຍບໍລິການໃຫ້ຫຼາຍຂຶ້ນ, ສືບຕໍ່ສູ້ຊົນລະດົມເງິນຝາກໃຫ້ໄດ້ທັງໝົດ 298,81 ຕື້ກີບ ແລະ ປ່ອຍສິນເຊື່ອໃຫ້ໄດ້ທັງໝົດ 41,76 ຕື້ກີບ.

[ ຂ່າວ: ກິດຕິສັກ ບົວໄລ ]