ອາເມຣິກາ ສອບສວນ ຫວຽດນາມ ບິດເບືອນຄ່າເງິນ

174

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະລັດອາເມຣິກາ ໄດ້ສືບສວນ – ສອບສວນຫວຽດນາມ ໃນກໍລະນີບິດເບືອນຄ່າເງິນດົງ ( ສະກຸນເງິນຫວຽດນາມ ) ໃຫ້ຕ່ຳກວ່າ ຄວາມເປັນຈິງ ເຮັດໃຫ້ການຄ້າສະຫະລັດເສຍຫາຍ, ໃນຂະນະທີ່ຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ ຢືນຢັນວ່າ ຫວຽດນາມ ບໍ່ມີນະໂຍບາຍອັດຕາແລກປ່ຽນມາສ້າງຄວາມໄດ້ປຽບດ້ານການຄ້າ.

ຖະແຫຼງການຜູ້ແທນການຄ້າຂອງສະຫະລັດອາເມຣິ   ກາ ( USTR ) ລະບຸວ່າ: ການສອບສວນດັ່ງກ່າວເປັນໄປຕາມຄຳສັ່ງຂອງປະທານາທິບໍດີ ໂດນັນ ທຣຳ ທີ່ຂຶ້ນຊື່ຫວຽດນາມ ໃນບັນຊີປະເທດທີ່ຕ້ອງຕິດຕາມການບິດເບືອນຄ່າເງິນ ເນື່ອງຈາກໄດ້ດຸນການຄ້າກັບອາເມຣິກາເປັນຈຳນວນຫຼວງຫຼາຍ ແລະ ເຊື່ອວ່າທະນາຄານກາງຫວຽດນາມ ຊື້ເງິນຕາຕ່າງປະເທດເພີ່ມຂຶ້ນ.

ທ່ານ ເລ ມິ່ງ ຮຶ່ງ ຜູ້ວ່າການທະນາຄານ ແຫ່ງ ສສ ຫວຽດນາມ ຢືນຢັນວ່າ: ຫວຽດນາມບໍ່ເຄີຍຄິດ ແລະ ບໍ່ເຄີຍໃຊ້ນະໂຍບາຍອັດຕາແລກປ່ຽນເງິນຕາຕ່າງປະເທດ ເພື່ອສ້າງຄວາມໄດ້ປຽບດ້ານການຄ້າກັບຕ່າງປະເທດ.

ທັງນີ້, ຂໍ້ມູນຈາກກົມພາສີຫວຽດນາມ ໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີ 2020 ຫວຽດນາມ ເກີນດຸນການຄ້າກັບ ອາເມຣິກາ 37.700 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 29.800 ລ້ານໂດລາສະຫະລັດ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.