ອົງການທ່ອງທ່ຽວໂລກ ຄາດລັອກດາວດົນອາດເຮັດໃຫ້ຄົນຕົກງານ 100 ລ້ານຄົນ

124

ສຳນັກຂ່າວຊິນຮວາ ລາຍງານວ່າ: ອົງການທ່ອງທ່ຽວ  ໂລກແຫ່ງ ສະຫະປະຊາຊາດ ( UNWTO ) ອອກມາເຕືອນວ່າການທ່ອງທ່ຽວລະຫວ່າງປະເທດ ຄາດວ່າຈະຫຼຸດລົງເຖິງ 60 – 80% ໃນປີ 2020 ລວມເຖິງຍອດການສົ່ງອອກສິນຄ້າທີ່ຄາດວ່າຈະຫຼຸດລົງ 910 ຕື້ໂດລາສະຫະລັດ ຫາ 1.200 ຕື້ໂດລາສະຫະລັດ ອາດເຮັດໃຫ້ຜູ້ທີ່ເຮັດວຽກໃນຂະແໜງທ່ອງທ່ຽວສ່ຽງຕໍ່ການຕົກງານເຖິງ 100 ລ້ານຄົນ.

ໃນຖະແຫຼງການຂອງ UNWTO ແລະ ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ( OECD ) ລະບຸວ່າ: ວິກິດໂຄວິດ – 19 ໄດ້ທຳລາຍການທ່ອງທ່ຽວ, ທຸລະກິດ ແລະ ຕຳແໜ່ງງານທີ່ບໍ່ເຄີຍປາກົດມີມາກ່ອນ; ອຸດສາຫະກຳການທ່ອງທ່ຽວ ເປັນຂະແໜງທຳອິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19. ນອກຈາກນີ້, ການຄຸມເຂັ້ມການເດີນທາງຍັງຄົງດຳເນີນຕໍ່ໄປ ບວກກັບສະພາບເສດຖະກິດທົ່ວໂລກທົດຖອຍ ອາດເຮັດໃຫ້ອຸດສາຫະກຳທ່ອງທ່ຽວຟື້ນຕົວຍາກ.

ຖະແຫຼງການຍັງລະບຸວ່າ: ວິກິດໂຄວິດ – 19 ຍິ່ງສ້າງຄວາມລຳບາກໃຫ້ແກ່ປະເທດທີ່ມີລາຍຮັບຕ່ຳ ແລະ ປະເທດກຳລັງພັດທະນາ ລວມເຖິງຄົນໃນຊຸມຊົນທີ່ເພິ່ງພາການທ່ອງທ່ຽວ. ດັ່ງນັ້ນ, ຈຶ່ງມີຄວາມສ່ຽງສູງທີ່ອັດຕາ ຄວາມທຸກຍາກເພີ່ມຂຶ້ນ.

ການທ່ອງທ່ຽວຄືກົນໄກສຳຄັນທີ່ຂັບເຄື່ອນເສດຖະກິດໂລກ ໂດຍກວມເອົາປະມານ 7% ຂອງການຄ້າໂລກ, ນອກຈາກນີ້ການທ່ອງທ່ຽວຍັງສ້າງຕຳແໜ່ງງານທັງທາງກົງ ແລະ ທາງອ້ອມ ຄິດເປັນສັດສ່ວນ 1 ໃນ 10 ຕຳແໜ່ງງານທົ່ວໂລກ.