ດ່ວນ! ລັດຖະບານ ແຈ້ງມາດຕະການຜ່ອນຜັນທີ່ຕ້ອງສືບຕໍ່ແຕ່ນີ້ຈົນຮອດ 31 ຕຸລາ

182

ໃນວັນທີ 10 ຕຸລາ 2020 ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1049/ຫສນຍ; ລົງວັນທີ 30 ກັນຍາ 2020 ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບູຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 1 ຕຸລາ ຫາ 31 ຕຸລາ 2020ນີ້.

ທ່ານ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍແຈ້ງທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີໃຫ້ຊາບດັ່ງນີ້:

1 ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຄືກັນກັບມາດຕະການທີ່ໄດ້ປະຕິບັດໃນເດືອນກັນຍາ 2020 ຜ່ານມາ ຕາມທີ່ໄດ້ລະບຸໃນແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ,ລົງວັນທີ 7 ສິງຫາ 2020 ຢ່າງເຂັ້ມງວດ, ໃນນັ້ນ ສະເພາະມາດຕະການທີ່ສືບຕໍ່ປິດມີຄື

1) ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ,ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປິດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນແມ່ນສາມາດເຂົ້າ-ອອກ ໄດ້ຕາມປົກະຕິ.

2) ສືບຕໍ່ໂຈະການອອກວີຊ່າທ່ອງທ່ຽວ ແລະ ຢ້ຽມຢາມສໍາລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19. ສໍາລັບນັກການທູດ ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ,ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສ່ວນຂັ້ນຕອນໃນການປະຕິບັດຕົວຈິງ ແມ່ນໃຫ້ສືບຕໍ່ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ສະບັບເລກທີ 2336/ສພກ, ລົງວັນທີ 31 ກໍລະກົດ 2020 ສໍາລັບຜູິ້ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດໍາເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

3) ໃຫ້ສືບຕໍ່ປິດຮ້ານຄາລາໂອເກະ ແລະ ຮ້ານບັນເທີງ

2 ເຫັນດີອະນຸມັດໃຫ້ຈັດງານບຸນອອກພັນສາປະວໍລະນາປະຈໍາປີ 2020 ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮີບຮ້ອຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ກະກຽມອອກຄໍາແນະນໍາລະອຽດ ຫ່ຽວກັບການຈັດງານບຸນປະເພນີ ແລະ ງານດອງ

3 ເຫັນດີດ້ານຫຼັກການໃຫ້ເປີດການທ່ອງທ່ຽວເປັນກຸ່ມ ສໍາລັບນັກທ່ອງທ່ຽວທີ່ມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ເພື່ອຊ່ວຍແກ້ໄຂຜົນກະທົບດ້ານເສດຖະກິດ, ມອບໃຫ້ຄະນະສະເພາະກິດ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າມາດຕະການໃນການຈັດຕັ້ງປະຕິບັດໃຫ້ລະອຽດ

4 ເຫັນດີດ້ານຫຼັກການອະນຸຍາດໃຫ້ເກັບຄ່າໃຊ້ຈ່າຍພື້ນຖານທີ້ຈໍາເປັນໃນການກວດຫາເຊື້ອໂຄວິດ-19, ໃຫ້ຄະນະສະເພາະກິດ ສົມທົບພາກສ່ວນທີ່ກ່ຽວຂ້ອງ ກໍານົດອັດຕາຄ່າບໍລິການກວດຫາເຊື້ອດັ່ງກ່າວຢ່າງເໝາະສົມ.
5 ເຫັນດີໃຫ້ສືບຕໍ່ປຶກສາຫາລືກັບ ສສ ຫວຽດນາມ ແລະ ສປ ຈີນ ກ່ຽວກັບມາຕະການໃນການປະຕິບັດຊ່ອງທາງສີຂຽວ(Fast Track).
6 ເຫັນດີດ້ານຫຼັກການໃຫ້ເປີດຖ້ຽວບິນເໝົາລໍາ ສໍາລັບປະເທດທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນ ເພື່ອໃຫ້ມີການເຄື່ອນໄຫວທາງດ້ານທຸລະກິດ ແລະ ການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນກັບປະເທດຍີ່ປຸ່ນ, ໃຫ້ຄະນະສະເພາະກິດ ກໍານົດມາດຕະການປ້ອງກັນ ແລະ ຈັດຕັ້ງປະຕິບັດໃຫ້ຮັດກຸມ, ເດັດຂາດບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດດັ່ງກ່າວເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.

7 ເຫັນດີດ້ານຫຼັກການ ຕໍ່ການສະເໜີປະຕິບັດມາດຕະການຜ່ອນຜັນການຈໍາກັດບໍລິເວນສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ໂດຍເວລາເຂົ້າມາໃຫ້ກວດຫາເຊື້ອ, ລໍຖ້າຜົນກວດ 48ຊົ່ວໂມງ ຖ້າກວດບໍ່ພົບເຊື້ອ ສາມາດໄປຈໍາກັດບໍລິເວນຕໍ່ຢູ່ໃນທີ່ພັກຂອງສະຖານທີ່ເຮັດວຽກຂອງເຂົາເຈົ້າ ຫຼື ຈໍາກັດບໍລິເວນຢູ່ເຮືອນຂອງຕົນ ສໍາລັບພົນລະເມືອງລາວ ຕາມການສະເໜີຂອງຄະນະສະເພາະກິດ. ສໍາລັບເປົ້າໝາຍຜ່ອນຜັນ ແລະ ມາດຕະການຈັດຕັ້ງປະຕິບັດ ໃຫ້ຄະນະສະເພາະກິດ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ອອກຄໍ່ແນະນໍາລະອຽດ.