ສະຫວັນນະເຂດ ກຽມສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນຂະໜາດ 110 ເມກາວັດ

186

ບໍລິສັດຊັນເປເປີ ທີ່ປູກໄມ້ອຸດສາຫະກຳ ເພື່ອປ້ອນໂຮງງານຜະລິດເຫຍື້ອເຈ້ຍ. ນອກນັ້ນ, ຍັງໄດ້ນໍາເອົາເສດໄມ້ທີ່ບໍ່ສາມາດຜະລິດເຫຍື້ອເຈ້ຍມາເປັນພະລັງງານຄວາມຮ້ອນຜະລິດໄຟຟ້າໄດ້ແລ້ວ ກຳລັງສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ ຂະໜາດ 110 ເມກາວັດ.

ໃນວັນທີ 23 ກັນຍາ 2020 ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍທ່ານຫົວໜ້າກົມ, ຮອງກົມ ໄດ້ລົງໄປຢ້ຽມຢາມເບິ່ງການຜະລິດຂອງບໍລິສັດ ຊັນເປເປີ ໂຮນດິ້ງລາວ ຈຳກັດ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດເຂົ້າຮ່ວມ.

ບໍລິສັດຊັນເປເປີ ໄດ້ເຂົ້າມາລົງທຶນໃນ ສປປ ລາວ ແຕ່ປີ 2008 ເພື່ອສ້າງຕັ້ງໂຄງການປູກໄມ້ອຸດສາຫະກຳປ້ອນໂຮງງານຜະລິດເຫຍື້ອເຈ້ຍ, ມາຮອດປັດຈຸບັນໄດ້ລົງທຶນໄປແລ້ວ 9.139 ຕື້ກວ່າກີບ ຫຼື ປະມານ 1,69 ຕື້ໂດລາ, ໄດ້ບຸກເບີກເນື້ອທີ່ ແລະ ປູກໄມ້ 32 ພັນເຮັກຕາ, ໃນນັ້ນປູກຮ່ວມກັບປະຊາຊົນ 6.400 ເຮັກຕາ. ມາຮອດປີ 2017 ໄດ້ເປີດການກໍ່ສ້າງໂຮງງານຜະລິດເຫຍື້ອເຈ້ຍຂະໜາດໃຫຍ່ ສາມາດຜະລິດໄດ້ 3 ແສນໂຕນຕໍ່ປີ ເຊິ່ງໄດ້ເລີ່ມທົດລອງ ແລະ ດຳເນີນການຜະລິດເລີ່ມແຕ່ເດືອນພຶດສະພາ ປີ 2018 ເປັນຕົ້ນມາ. ມາຮອດປັດຈຸບັນນອກຈາກຈະມີໂຮງງານຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນທີ່ໃຊ້ສິ່ງເສດເຫຼືອຈາກໄມ້ ທີ່ບໍ່ສາມາດຜະລິດເຫຍື້ອເຈ້ຍໄດ້ແລ້ວ, ຍັງກຳລັງກໍ່ສ້າງໂຮງງານຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນທີ່ໃຊ້ຖ່ານຫີນຂະໜາດ 110 ເມກາວັດ ເພື່ອນຳໃຊ້ໃນໂຮງງານ ແລະ ຂາຍອອກຈຳນວນໜຶ່ງ.

ຜ່ານການດຳເນີນວຽກງານເປັນເວລາ 10 ກວ່າປີ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຈຳນວນໜຶ່ງ, ປະຊາຊົນສາມາດມີລາຍໄດ້ຈາກການປູກໄມ້ – ຂາຍໄມ້ເຂົ້າສູ່ໂຮງງານ, ພື້ນຖານໂຄງລ່າງຂອງບ້ານໃກ້ຄຽງ ໄດ້ຮັບການປັບປຸງກໍ່ສ້າງ ເປັນຕົ້ນແມ່ນຖະໜົນຫົນທາງ, ໂຮງຮຽນ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍໄດ້ຊ່ວຍເຫຼືອສັງຄົມໃນຍາມເກີດໄພພິບັດຕ່າງໆເປັນຈຳນວນເງິນຫຼາຍຕື້ກີບ.

ໂອກາດດັ່ງກ່າວທ່ານລັດຖະມົນຕີ ແລະ ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ເລາະຢ້ຽມຊົມຂະບວນການຜະລິດຂອງໂຮງງານ, ຂັ້ນຕອນການຜະລິດ ແລະ ຜະລິດຕະພັນຂອງໂຮງງານຕື່ມອີກ.