ເມືອງຄໍາເກີດເລັ່ງເກັບກ່ຽວເຂົ້ານາປີ ຄາດໃຫ້ສໍາເລັດພາຍໃນເດືອນຕຸລານີ້

86

ໄລຍະນີ້ຂອງທຸກໆປີ ຖືເປັນຊ່ວງທີ່ຊາວກະສິກອນເລັ່ງມືເກັບກ່ຽວຜົນຜະລິດເຂົ້ານາປີໃຫ້ຖ່ວງທັນຕາມລະດູກັນ ເຊັ່ນດຽວກັນກັບຊາວກະສິກອນເມືອງຄຳເກີດ ກໍ່ລົງມື ແລະ ເລັ່ງເກັບກ່ຽວຜົນຜິະລີດເຂົ້ານາປີຂອງຕົນ ໂດຍຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນຕຸລານີ້.

ທ່ານ ສົມພົນເພັງ ລາດຊະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ, ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດ ໃນວັນທີ 29 ກັນຍາ 2020 ວ່າ: ທົ່ວເມືອງຄຳເກີດ ມີເນື້ອທີນາປີທັງໜົດ 6.893 ເຮັກຕາ ແລະ ນາສັກໃນເນື້ອທີ່ 20 ເຮັກຕາ ສະມັດຕະພາບເຂົ້າ 4,02 ໂຕນຕໍ່ເຮັກຕາ, ສະເລ່ຍເຂົ້າກີນ 394 ກິໂລຕໍ່ຄົນຕໍ່ປີ ໂດຍພໍ່ແມ່ປະຊາຊົນເມືອງຄຳເກີດ ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີມາຕັ້ງແຕ່ວັນທີ 15 ກັນຍາ 2020 ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນຕຸລານີ້.

ນອກຈາກການເຮັດນາແລ້ວ ຊາວເມືອງຄຳເກີດ ຍັງໄດ້ສຸມໃສ່ການເຮັດສວນປູກພືດເປັນສິນຄ້າ ເຊິ່ງມີເນື້ອທີສວນທັງໝົດ 4.567 ເຮັກຕາ ພືດຜັກທີ່ປູກສ່ວນຫຼາຍແມ່ນ ສາລີ, ຖົ່ວດິນ, ໝາກເຜັດ, ໝາກເຂືອ, ມັນຕົ້ນ ແລະ ອື່ນໆ.

ນອກຈາກນັ້ນ, ທ່ານ ສົມພົນເພັງ ລາດຊະສົມບັດ ຍັງໃຫ້ຮູ້ຕື່ມອີກວ່າ: ການລ້ຽງສັດ ກໍ່ໄດ້ຮັບການສົ່ງເສີມ ແລະ ເອົາໃຈໃສ່ຢ່າງແຂງແຮງ ໂດຍທົ່ວເມືອງມີຄວາຍ ທັງໝົດ 6.111 ໂຕ, ງົວ 19.979 ໂຕ, ໝູ 6.845 ໂຕ, ສັດປີກ 129.953 ກ່ວາໂຕ, ໜອງປາ 237 ໜອງ, ປ່ອຍປາແລ້ວ 50.000 ໂຕ ໃນເນື້ອທີ່ໜອງປາ 289,51 ເຮັກຕາ.

ຂໍ້ມູນຈາກ: Media Laos