ນາຍົກເນັ້ນພາກທຸລະກິດ ກຳນົດຈຸດສຸມພັດທະນາໃຫ້ສອດຄ່ອງແຕ່ລະໄລຍະ

166

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ຄະນະ ສຄອຊ ຊຸດໃໝ່ ສືບຕໍ່ນໍາພາພາກທຸລະກິດໃຫ້ມີ ຄວາມກ້າວໜ້າ ໂດຍສະເພາະແມ່ນກໍາສະພາບພິເສດໃນແຕ່ລະໄລຍະໃຫ້ມີຈຸດສຸມພັດທະນາດ້ານຕ່າງໆໃຫ້ສອດຄ່ອງກັບແຕ່ລະໄລຍະ, ກຳນົດແຜນການໃນຕໍ່ໜ້າດ້ວຍຫຼາຍຮູບແບບ, ຫຼາຍເສັ້ນທາງໃນການດຳເນີນທຸລະກິດແບບມືອາຊີບ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃນວັນສຸກຜ່ານມາ ໂດຍຮຽກຮ້ອງໃຫ້ຄະນະບໍລິຫານງານຊຸດໃໝ່ ສຄອຊ ກໍຄືສະມາຊິກຕ້ອງໄດ້ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນໄລຍະຜ່ານມາ, ສືບຕໍ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ໃນການເຂົ້າເຖິງແຫຼ່ງທຶນ, ສ້າງສະພາບແວດລ້ອມທີ່ດີໃນການລົງທຶນ, ແກ້ໄຂວຽກງານການຄ້າ, ການບໍລິການພາຍໃນໃຫ້ເຂັ້ມແຂງ, ຂຸດຄົ້ນທ່າແຮງພາຍໃນປະເທດໃນການດຳເນີນທຸລະກິດໃຫ້ກຸ້ມຕົນເອງໄດ້, ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ມັນໄດ້ຮຽກຮ້ອງໃຫ້ມີການປ່ຽນແປງການບໍລິຫານ, ການບໍລິການ, ການປະຢັດມັດທະຍັດດ້ານຕ່າງໆ.

ສະນັ້ນ, ຕ້ອງໄດ້ກຳນົດຈຸດສຸມໃນດ້ານການພັດທະນາດ້ານຕ່າງໆໃຫ້ສອດຄ່ອງກັບແຕ່ລະໄລຍະ, ກຳນົດແຜນການໃນຕໍ່ໜ້າດ້ວຍຫຼາຍຮູບແບບ, ຫຼາຍເສັ້ນທາງໃນການດຳເນີນທຸລະກິດແບບມືອາຊີບ ເປັນຕົ້ນແມ່ນການບໍລິຫານງົບປະມານຂອງຕົນ, ວິທີການສ້າງມູນຄ່າ ແລະ ຜົນຕອບແທນເພີ່ມ ນັກທຸລະກິດຍຸກໃໝ່ຕ້ອງມີການແຂ່ງຂັນຢູ່ຕະຫຼອດເວລາ ຈຶ່ງຈະສາມາດສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໄດ້.

ທ່ານນາຍົກກ່າວວ່າ: ໃນພາວະທີ່ມີການລະບາດຂອງພະຍາດໂຄວິດ – 19 ມັນປຽບເໝືອນເພັດຊະຄາດ ທີ່ຮ້າຍກາດທີ່ໄຮ້ສຽງຄືແນວນີ້ ພາກທຸລະກິດພວກເຮົາຈະດຳເນີນທຸລະກິດຄືເຮົາຢູ່ໃນສະພາບປົກກະຕິນັ້ນບໍ່ໄດ້ອີກແລ້ວ, ໃນຍຸກຂອງ New Normal ຂໍໃຫ້ພາກທຸລະກິດເຮົາຕ້ອງຄິດແບບໃໝ່ ຄິດແບບມືອາຊີບ, ຄິດແບບສ້າງສັນ, ຄິດແບບມີນະວັດ   ຕະກຳ ຄິດແບບມອງການໄກ. ພ້ອມທັງຕ້ອງຫັນມາສາມັກຄີກັນ, ຊ່ວຍເຫຼືອເຊິ່ງ ແລະ ກັນໃນຍາມຫຍຸ້ງຍາກ ຕ້ອງພ້ອມກັນຜ່ານຜ່າວິກິດນີ້ໄປນຳກັນ ເນື່ອງຈາກວ່າພວກເຮົາຢູ່ໃນເຮືອລຳດຽວກັນ, ເຮືອເຮົາແມ່ນລຳໃຫຍ່ ກຳລັງລ່ອງລອຍໄປດ້ວຍຄວາມອ່ອນໄຫວ ກຳລັງລ່ອງໄປສູ່ເຂດອາດຈະມີໄພ, ລັດ ແລະ ປະຊາຊົນ ຕ້ອງຮ່ວມກັນສ້າງກຳລັງແຮງໃໝ່ ເພື່ອແກ້ໄຂອັນທີ່ເອີ້ນວ່າຄວາມລວຍຍັງກະຈຸກ ຄວາມຈົນຍັງກະຈາຍ ຢາກໃຫ້ແກ້ໄຂດ້ານນີ້ ຫຼື ເວົ້າແບບໜຶ່ງວ່າ ຖ້າເງິນທຶນຍັງກະຈຸກ ຄວາມທຸກກໍຈະຍັງກະຈາຍ. ສະນັ້ນ, ຂໍໃຫ້ທຸກຄົນຊ່ວຍກັນຄິດ ບໍ່ປ່ອຍໃຫ້ຜູ້ຂັດທ້າຍ ທັງເປ້ ທັງແບກ ທັງຫາບ ທັງທໍ ທັງພາຍ ຖ້າເປັນແບບນີ້ເຮືອເຮົາຈະແກວ່ງໄກວ ເຊງ່ຽງ ພວກເຮົາຄວນມາຮ່ວມກັນຕ້ານກັບ ຄວາມສ່ຽງ ຕໍ່ສູ້ໄປຢ່າງມີສະຕິ ທຸ່ນທ່ຽງ ຊ່ວຍກັນຫຼີກແກ້ງ ແລະ ເຫວນໍ້າບໍ່ໃຫ້ຈົມ.