ນຳໃຊ້ລະບົບດິຈິຕອນ ຫັນຫ້ອງການໃຫ້ທັນສະໄໝ

198

ກົມເຕັກໂນໂລຊີດິຈິຕອນ ຮ່ວມກັບ ຫ້ອງການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມເຊັນບົດບັນທຶກ  ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືການຫັນຫ້ອງການເປັນທັນສະໄໝ.

ໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວທັງສອງຝ່າຍຈະຮ່ວມກັນຈັດຕັ້ງປະຕິບັດຕາມຂອບເຂດການຮ່ວມມື ເຊັ່ນ: ຕິດຕັ້ງ ແລະ ຝຶກອົບຮົມການນຳໃຊ້ໂປຣ ແກຣມຄຸ້ມຄອງເອກະສານ, ຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງຊັບສິນ, ຈອງຫ້ອງປະຊຸມ, ກອງປະຊຸມທາງໄກ, ການລົງທະບຽນແບບດິຈິຕອນ, ລະບົບເກັບຮັກສາຖານຂໍ້ມູນ ແລະ ໂປຣ ແກຣມອື່ນໆທີ່ກ່ຽວຂ້ອງ ເພື່ອແນໃສ່ນຳໃຊ້ລະບົບດິຈິຕອນເຂົ້າມາຍົກສູງການຈັດຕັ້ງປະຕິບັດວຽກງານບໍລິຫານຫ້ອງການໃຫ້ມີປະສິດທິພາບ, ປະສິດທິຜົນ, ປອດໄພ, ວ່ອງໄວ ແລະ ທັນສະໄໝ. ພ້ອມນັ້ນ, ຍັງຈະໄດ້ຈັດຕັ້ງຜັນຂະຫຍາຍໃຫ້ນຳໃຊ້ລະບົບດັ່ງກ່າວຢູ່ບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລວມເຖິງບັນດາ ກະຊວງ ແລະ ອົງການທຽບເທົ່າໃນອະນາຄົດ.

ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 18 ກັນຍາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການ ກັບ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອນ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.