ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ 12 ກໍລະນີ

164

ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 6.531 ຄົນ; ໃນນັ້ນ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ມີເຖິງ 1.529 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 741 ຄົນ, ບໍ່ແກ້ວ 654 ຄົນ ແລະ ວຽງຈັນ 650 ຄົນ;  ມີຜູ້ເສຍຊີວິດທັງໝົດ 12 ຄົນ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວໃນວັນທີ 22 ກັນຍາ 2020 ວ່າ: ໃນວັນທີ 21 ກັນຍາ 2020 ສປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 54 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ.

ສຳລັບກໍລະນີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ແມ່ນເປັນເພດຊາຍ ອາຍຸ 40 ປີ ຢູ່ບ້ານຫຍໍ້ ເມືອງບຸນເໜືອ ແຂວງ ຜົ້ງສາລີ. ໃນວັນທີ 4 ກັນຍາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດຕົນຕົວ, ມີຈຸດຈ້ຳເລືອດຕາມຕົນຕົວ; ວັນທີ 6 ກັນຍາ 2020 ໄດ້ມາກວດຢູ່ໂຮງໝໍແຂວງອຸດົມໄຊ ແພດໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ຜົນກວດແມ່ນພົບເຊື້ອພະຍາດໄຂ້ຍຸງລາຍ.

ທ່ານໝໍໄດ້ແນະນຳໃຫ້ນອນຕິດຕາມອາການ ແຕ່ຜູ້ກ່ຽວບໍ່ຍອມນອນ ແລະ ໄດ້ກັບເມືອບ້ານ; ວັນທີ 8 ກັນຍາ 2020 ຜູ້ກ່ຽວໄດ້ກັບມາປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊ ຍ້ອນເລືອດດັງອອກ, ເຈັບທ້ອງ, ຮາກອອກເລືອດ, ມີອາການຊ໋ອກ ແລະ ເສຍຊີວິດໃນວັນທີ 9 ກັນຍາ 2020.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ນັບແຕ່ວັນທີ 1 ມັງກອນ 2020 ຫາ 21 ກັນຍາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 6.531 ຄົນ; ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 12 ຄົນ ( ນະຄອນຫຼວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ,  ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ ).

ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນຮ່ວມແຮງຮ່ວມໃຈໃນການປະຕິບັດ 5 ປ ຢ່າງເຄັ່ງຂັດໃຫ້ເປັນປະຈຳ. ຖ້າທ່ານເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.