ຍົກລະດັບພະນັກງານການຄ້າຂັ້ນເມືອງທົ່ວປະເທດ

161

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດຊຸດຝຶກອົບຮົມພະນັກງານ ອຄ ຂັ້ນເມືອງ ທົ່ວປະເທດ ຄັ້ງທີ X ພາຍໃຕ້ຫົວຂໍ້ “ ສ້າງ ຄວາມເຂັ້ມແຂງວຽກງານ ອຄ ໃຫ້ພະນັກງານ ອຄ ຂັ້ນເມືອງ ” ຂຶ້ນໃນວັນທີ 22 ກັນຍາ 2020 ທີ່ສະຖາບັນຄົ້ນ ຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ; ມີບັນດາວິທະຍາກອນທີ່ມາຈາກບັນດາກົມອ້ອມຂ້າງກະຊວງ, ສຳມະນາກອນ 64 ທ່ານ ທີ່ມາຈາກຫ້ອງການ ອຄ ຂັ້ນເມືອງໃນທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ເປັນຄັ້ງທີ X ແລະ ຈະຈັດຂຶ້ນເປັນເວລາ 4 ວັນ ລະຫວ່າງວັນທີ 22 ຫາ 25 ກັນຍານີ້ ເຊິ່ງມີບັນດາສຳມະນາກອນເຂົ້າຮ່ວມຝຶກອົບຮົມ 64 ທ່ານ ທີ່ມາຈາກຫ້ອງການ ອຄ ຂັ້ນເມືອງໃນທົ່ວປະເທດ. ການຝຶກອົບຮົມໃນແຕ່ລະມື້ສຳມະນາກອນແມ່ນຈະໄດ້ຮັບຟັງການບັນຍາຍ ແລະ ສົນທະນາປຶກສາຫາລືໃນຫຼາຍຫົວຂໍ້ ເຊັ່ນ:

1). ວຽກງານສາມສ້າງທີ່ຕິດພັນກັບການແບ່ງຂັ້ນຄຸ້ມຄອງພາຍໃນຂອງຂະແໜງການ ອຄ ລະຫວ່າງ ກະຊວງ, ແຂວງ ແລະ ເມືອງ;

2). ວຽກງານຂັ້ນຕອນການປະກອບເອກະສານຮັບພະນັກງານຍົກຍ້າຍມາຈາກພາກສ່ວນອື່ນ;

3). ວຽກງານສົ່ງເສີມ ແລະ ພັດທະນາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ;

4). ການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນ ແລະ ການປະຕິບັດສັນຍາການຄ້າຊາຍແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ;

5). ຂັ້ນຕອນການຂໍຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄຸ້ມຄອງທະບຽນວິສາຫະກິດ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ;

6). ການອອກໃບອະນຸຍາດດຳເນີນທຸລະກິດໃນກິດຈະການການຄ້າພາຍໃນ, ວຽກງານການຄຸ້ມຄອງສິນຄ້າ – ລາຄາ;

7). ການຄ້າເອເລັກໂຕຣນິກ;

8). ຂັ້ນຕອນ ແລະ ວິທີເຂົ້າເຖິງແຫຼ່ງທຶນສຳລັບ SME;

9). ວຽກການຄຸ້ມຄອງໂຮງງານອຸດສາຫະກຳ ແລະ ການຜະລິດສົ່ງອອກ.

ພິເສດສໍາລັບມື້ທີ 3, ວັນທີ 24 ກັນຍາ 2020 ແມ່ນຈະໄດ້ໄປທັດສະນະສຶກສາທີ່ຕຶກກະຊວງ ອຄ, ເຂດພັດທະນາກວມລວມໄຊເສດຖາ ເພື່ອໃຫ້ເຂົ້າໃຈກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ໜ້າທີ່ພາລະບົດບາດຂອງກະຊວງ ກໍຄືຂອງບັນດາກົມ ແລະ ເພື່ອໃຫ້ໄດ້ສໍາຜັດຕົວຈິງ ກ່ຽວກັບການພັດທະນາ ອຸດສາຫະກຳແລະການຄ້າ ຂອງການລົງທຶນຈາກຕ່າງປະເທດ. ເວົ້າລວມແລ້ວຊຸດຝຶກ  ອົບຮົມໃນເທື່ອນີ້ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ພະນັກງານທົ່ວຂະແໜງ ອຄ ທີ່ຈະໄດ້ສົນທະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນດ້ານວິຊາການຈາກກົມວິຊາການທີ່ຮັບຜິດຊອບແຕ່ລະຂົງເຂດ.

ທ່ານລັດຖະມົນຕີ ຍັງເນັ້ນໃຫ້ສຳມະນາກອນຈົ່ງເອົາໃຈໃສ່ໃນການຮັບຟັງ ເພື່ອຍາດແຍ່ງເອົາຄວາມຮູ້ ແລະ ປະກອບຄວາມຄິດຄວາມເຫັນ ເພື່ອໃຫ້ຊຸດຝຶກອົບຮົມປະສົບຜົນສຳເລັດຕາມວັດຖຸປະສົງທີ່ວາງໄວ້ ແລະ ຫວັງວ່າຊຸດຝຶກອົບຮົມຄັ້ງນີ້ຈະເປັນເວທີໃຫ້ບັນດາທ່ານໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສາມາດນຳເອົາຄວາມຮູ້, ບົດຮຽນຈາກຊຸດຝຶກອົບຮົມໃນຄັ້ງນີ້ໄປນຳໃຊ້ເຂົ້າໃນວຽກງານຕົວຈິງຂອງທ່ານ.

ປັດຈຸບັນໃນຂະແໜງ ອຄ ທົ່ວປະເທດມີລັດຖະກອນ ປະມານ 2.700 ຄົນ. ໃນນັ້ນ, ຢູ່ກະຊວງບໍ່ເຖິງ 500 ຄົນ, ຢູ່ແຂວງປະມານ 900 ກວ່າຄົນ ແລະ ຢູ່ເມືອງປະມານ 1.200 ກວ່າຄົນ.