ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນເລຂາພັກແຂວງອັດຕະປື ຊຸດໃໝ່

163

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງອັດຕະປື ຄັ້ງທີ XI ໄດ້ເລືອກຕັ້ງເອົາຄະນະປະຈຳພັກແຂວງ ເຊິ່ງມີຈຳນວນບຸກຄະລາກອນຖືກສະໝັກມີ ຈຳນວນ 14 ສະຫາຍ ຍິງ 2 ສະຫາຍ ເລືອກເອົາ 11 ສະຫາຍ ຍິງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດ  ໃໝ່.

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງອັດຕະປື ໄດ້ໄຂຂຶ້ນໃນລະຫວ່າງວັນທີ 17 – 18 ກັນຍາ 2020 ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍການນໍາຂັ້ນສູນກາງ, ບັນດາສະຫາຍໃນຄະນະປະຈໍາພັກ, ກໍາມະການພັກແຂວງ, ພະນັກງານອາວຸໂສບໍານານ, ພາກສ່ວນທຸລະກິດ, ແຂກເຊື້ອເຊີນ ແລະ ຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວແຂວງ ຈຳນວນ 225 ສະຫາຍ ຍິງ 31 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວແຂວງ ຈໍານວນ 9.596 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງບັນດາຜູ້ແທນສົມບູນໄດ້ຕີລາຄາ ແລະ ຮັບຮອງເອົາບົດລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນໄລຍະ 5 ປີຜ່ານມາ ກໍຄືແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ເຫັນໄດ້ວ່າເສດຖະກິດ – ສັງຄົມໄດ້ຮັບການພັດນາຢ່າງຕໍ່ເນື່ອງ GDP ເພີ່ມຂຶ້ນ 7,5% ຕໍ່ປີ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.011 ໂດລາ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13,6%, ພ້ອມນີ້ຍັງໄດ້ຮັບຮອງເອົາທິດທາງແຜນການພັດທະນາເສດຖະກິດ – ສັງຄົມ 5 ປີ 2020 – 2024 ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ແລະ ຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ ສະໄໝທີ X ແລະ ກອງປະຊຸມໄດ້ສືບຕໍ່ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງອັດຕະປືຊຸດໃໝ່ ເຊິ່ງມີບຸກຄະລາກອນທີ່ຄົບມາດຖານເງື່ອນໄຂລົງສະໝັກທັງໝົດ ຈຳນວນ 38 ສະຫາຍ ຍິງ 5 ສະຫາຍ, ໃນນີ້ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າປ່ອນບັດເລືອກໄດ້ຢ່າງສົມບູນ 33 ສະຫາຍ ຍິງ 5 ສະຫາຍ ໂດຍຖືກຕ້ອງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວກຳນົດໄວ້, ໃນຈຳນວນບຸກຄະລາກອນທີ່ໄດ້ຜ່ານການເລືອກຕັ້ງໃນຄັ້ງນີ້ ຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນາຮັບຮອງບັນຫາສຳຄັນຂອງພັກ ແລະ ໃຫ້ສົມກັບການໄວ້ເນື້ອເຊື່ອໃຈຂອງສະມາຊິກພັກໃນທົ່ວແຂວງ ພ້ອມທັງສືບຕໍ່ເຮັດໜ້າທີ່ພາລະບົດບາດຊີ້ນຳໆພາອົງການຈັດຕັ້ງໃນທົ່ວແຂວງໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງອັດຕະປື ຄັ້ງທີ XI ໄດ້ເລືອກຕັ້ງເອົາຄະນະປະຈຳພັກແຂວງ ເຊິ່ງມີຈຳນວນບຸກຄະລາກອນຖືກສະໝັກມີຈຳນວນ 14 ສະຫາຍ ຍິງ 2 ສະຫາຍ ເລືອກເອົາ 11 ສະຫາຍ ຍິງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່ ສະຫາຍ ນາງ ມີນາພອນ ໄຊສົມພູ, ສະຫາຍ ບຸນຮຽນ ແກ້ວບົວພາດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ເລືອກຕັ້ງເອົາ ສະຫາຍ ຄຳຫວັນ ຈັນທະໂຄດ ເປັນປະທານຄະນະກວດກາ, ສະຫາຍ ຈິດປະສົງ ສິງສະຫວັດ, ສະຫາຍ ມີໄຊ ສີສະແຫວງສຸກ ແລະ ສະຫາຍ ວິໄລພອນ ເປັນຮອງປະທານຄະນະກວດກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈໍານວນ 16 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.

ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ທິດຊີ້ນຳໂດຍຍົກໃຫ້ເຫັນວ່າ: ບັນດາຄະນະບໍລິຫານງານພັກແຂວງຊຸດໃໝ່ຕ້ອງຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເພື່ອຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ໂດຍເລີ່ມແຕ່ຄະນະບໍລິຫານງານພັກແຂວງຈົນເຖິງບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນກັບແນວທາງນະໂຍບາຍຂອງພັກວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ, ສືບຕໍ່ຂົນ ຂວາຍ, ຍາດແຍ່ງດຶງດູດການຊ່ວຍເຫຼືອ ແລະ ການລົງທຶນຈາກທຸກພາກສ່ວນເຂົ້າໃນການພັດທະນາແຂວງໃຫ້ນັບມື້ເພີ່ມຂຶ້ນ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະພືດທີ່ເປັນທ່າແຮງຂອງແຂວງ ແລະ ຕະຫຼາດມີຄວາມຕ້ອງການ ເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫຼຸດລົງເປັນກ້າວໆ.

[ ຂ່າວ: ໄພບູນ ]