ເສດຖະກິດອາຟຣິກກາໃຕ້ ຫຼຸດລົງເຖິງ -51% ໃນໄຕມາດ 2

80

ສຳນັກຂ່າວ ອັລຈາຊີຣ່າ ລາຍງານໂດຍອ້າງການເປີດເຜີຍຂອງລັດຖະບານອາຟຣິກກາໃຕ້ ວ່າ: ລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) ໄຕມາດ 2 ຂອງປີນີ້ ພົບວ່າຫຼຸດລົງເຖິງ -51% ເຊິ່ງນັບວ່າເປັນໄຕມາດທີ່ 4 ຕິດຕໍ່ກັນທີ່ ຈີດີພີ ຫຼຸດລົງ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄ ວິດ – 19 ສົ່ງຜົນໃຫ້ພາກລັດຕ້ອງໃຊ້ມາດຕະການປິດປະເທດ ( ລັອກດາວ ) ເຮັດໃຫ້ກິດຈະກຳທາງດ້ານເສດຖະກິດຕ້ອງຢຸດສະງັກ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຣິເສນກາ ມາລູເລເກ້ ຜູ້ອຳນວຍການສຳນັກງານສະຖິຕິ ອາຟຣິກກາໃຕ້ ກ່າວວ່າ: ຈີດີພີ ໄຕມາດ 2 ທີ່ຫຼຸດລົງຕ່ຳກວ່າທີ່ຄາດການໄວ້ ແລະ ເປັນຄັ້ງທຳອິດໃນປະຫວັດສາດທີ່ເສດຖະກິດ ອາຟຣິກກາໃຕ້ ທີ່ຫຼຸດລົງຕໍ່ເນື່ອງ 4 ໄຕມາດຕິດຕໍ່ກັນ ເຊິ່ງພາຍຫຼັງປັບອັດຕາເງິນເຟີ້ພົບວ່າເສດຖະກິດກັບໄປສູ່ລະດັບດຽວກັນກັບໄຕມາດ 2 ເມື່ອປີ 2007, ໂດຍພາກອຸດສາຫະກຳສ່ວນ ໃຫຍ່ຫຼຸດລົງ ເຊັ່ນ: ອຸດສາຫະກຳບໍ່ແຮ່ຫຼຸດລົງ -73,1%, ອຸດສາຫະກຳການຜະລິດຫຼຸດລົງ -74,9% ແລະ ອຸດສາຫະກຳ ກໍ່ສ້າງຫຼຸດລົງ -76,6% ສົ່ງຜົນໃຫ້ພາບລວມ ຈີດີພີ ຫຼຸດລົງ -17,1% ຈາກໄລຍະດຽວກັນຂອງປີຜ່ານມາ.