ກອງພັນ 617 ບົວລະບັດຢ່າງດີ ເຄື່ອງຂອງຕ້ອງພ້ອມໃຊ້ງານ

209

ປະເທດເຮົາດຽວນີ້ເຖິງແມ່ນຈະເປັນໄລຍະສ້າງສາພັດທະນາ ເຊິ່ງບໍ່ມີສົງຄາມໃຫ້ນຳໃຊ້ຍວດຍານພາຫະນະຂອງກອງທັບ ແຕ່ຕ້ອງຮັກສາສະພາບໃຫ້ໃໝ່ອ່ຽມຢູ່ສະເໝີ ຍາມຊາດຕ້ອງການໃຫ້ພາຫະນະພ້ອມໃຊ້ງານບໍ່ປະປ່ອຍໃຫ້ຖືກຝຸ່ນຈັບ ເຂົ້າໝ້ຽງ ຊົມເຊີຍຫຼາຍໆກອງພັນ 617 ສະຫວັນນະເຂດ.

ໃນວັນທີ 11 ກັນຍາ 2020 ຜ່ານມານີ້ ກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງບົວລະບັດຜັດເຊັດພາຫະນະຂອງຕົນ, ໂດຍພາຍໃຕ້ການຊີ້ນຳ – ນໍາພາຂອງ ສະຫາຍ ພັນໂທ ວິຊຽນ ວໍລະວົງ ຮອງກອງພັນຮັບຜິດຊອບວຽກງານເຕັກນິກ ກອງພັນ 617 ພ້ອມດ້ວຍພະນັກງານ – ນັກຮົບພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ວິຊຽນ ວໍລະວົງ ຫົວໜ້າຮັບຜິດຊອບວຽກງານເຕັກນິກ ກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໃຫ້ຮູ້ວ່າ: ກົມກອງພວກເຮົາແມ່ນກົມກອງວິຊາສະເພາະເຫຼົ່າຮົບທີ່ຂຶ້ນກັບກອງພົນທີ 4 ເຊິ່ງປະກອບມີຈຳນວນວິຊາສະເພາະທັງໝົດ 30 ສະຫາຍ, ສ້ອມແປງ 10 ສະຫາຍ ແລະ ນັກຂັບຂີ່ 21 ສະຫາຍ, ມີພາລະບົດບາດເຄື່ອນໄຫວເຮັດໜ້າທີ່ສູ້ຮົບ 3 ແຂວງພາກກາງ ໃຫ້ມີຄວາມສະຫງົບໂດຍພື້ນຖານ.

ສຳລັບການປົກປັກຮັກສາບົວລະບັດຜັດເຊັດແມ່ນ ພວກເຮົາໄດມີແຜນການຢ່າງຄັກແນ່ ໂດຍຖືເອົາວັນສຸກຂອງແຕ່ລະອາທິດເປັນວັນບົວລະບັດພາຫະນະເຕັກນິກຂອງກອງພັນ ເປັນຕົ້ນລົດຕັງ – ລົດຫຸ້ມເກາະໃຫ້ມີຄວາມສະອາດຈົບງາມເຊັ່ນ: ອຸ່ນຈັກລົດໃຫ້ສະໝ່ຳສະເໝີ, ປ່ຽນຖ່າຍນ້ຳມັນເຄື່ອງຕາມກຳນົດເວລາ, ບົວລະບັດຜັດເຊັດປືນ, ພ້ອມທັງປ່ຽນຖ່າຍບັນດາອາໄລ່ທີ່ເປ່ເພຕາມຄວາມສາມາດໃຫ້ທັນກັບສະພາບການຕົວຈິງ.

ທັງນີ້ກໍ່ເພື່ອຮັບປະກັນໃຫ້ແກ່ການອົບຮົມຫັດແອບຍິງລູກແທ້ພາຍໃນກົມກອງ ແລະ ສາມາດຮັບປະກັນໃຫ້ແກ່ກອງພົນທະຫານຮາບທີ 4 ໃນການເຮັດໜ້າທີ່ເຄື່ອນໄຫວກຽມພ້ອມສູ້ຮົບຮັກສາຂອບເຂດພາກກາງໃຫ້ມີຄວາມປອດໄຟ 100 % ແລະ ເຮັດໃຫ້ສະພາບພາຫະນະເຕັກນິກທີ່ຂັ້ນເທິງປະກອບໃຫ້ມີຄວາມສະອາດຈົບງາມຮັບປະກັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ທັນເວລາ.

ຂ່າວຈາກ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ