ປູກເຂົ້ານາປີແບບໃໝ່ເພີ່ມຜົນຜະລິດໄດ້ 2 ເທົ່າ

184

ຄອບຄົວຂອງ ທ່ານ ຄຳໝັ້ນ ຫຼວງລາດ ບ້ານທົ່ງໃຫຍ່ ເມືອງປາກຊັນ ທົດລອງປູກເຂົ້ານາປີແບບໃໝ່ໄຖປົກຕໍເຟືອງປະໄວ້ ເພື່ອບົ່ມໃຫ້ເປັນຝຸ່ນ ເຮັດໃຫ້ໄດ້ຜົນຜະລິດເພີ່ມຂຶ້ນເປັນ 2 ເທົ່າ ແລະ ຄາດປີນີ້ຈະມີລາຍຮັບຈາກການຂາຍເຂົ້າ 300 ລ້ານກວ່າກີບ.
ໃນວັນທີ 8 ກັນຍາ 2020 ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເບິ່ງການຜະລິດເຂົ້ານາປີຢູ່ເຂດບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນການຜະລິດເຂົ້ານາປີແບບໃໝ່ຂອງຄອບຄົວ ທ່ານ ຄໍາໝັ້ນ ຫຼວງລາດ ພະນັກງານຢູ່ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

ທ່ານ ຄໍາໝັ້ນ ຫຼວງລາດ ໄດ້ລາຍງານວ່າ: ໄດ້ເລີ່ມທົດລອງປູກເຂົ້າປອດສານພິດແບບກະສິກໍາອິນຊີ ໂດຍບໍ່ນໍາໃຊ້ຝຸ່ນເຄມີ, ອາໄສຝຸ່ນທໍາມະຊາດເປັນຫຼັກ ແຕ່ປີ 2018 ເປັນຕົ້ນມາ ໃນເນື້ອທີ່ທັງໝົດ 23 ເຮັກຕາ. ( ນາດໍາ 3 ເຮັກຕາ ); ແນວພັນເຂົ້າທີ່ນໍາມາປູກ ແມ່ນແນວພັນເຂົ້າປັບປຸງ.

ຂັ້ນຕອນໃນການປູກແມ່ນພາຍຫຼັງທີ່ເກັບກ່ຽວເຂົ້ານາປີສໍາເລັດແລ້ວ ຕ້ອງໄດ້ເລີ່ມລົງມືໄຖປົກຕໍເຟືອງປະໄວ້ ເພື່ອບົ່ມໃຫ້ເປັນຝຸ່ນ, ເມື່ອຮອດໃນໄລຍະເດືອນເມສາ ກໍໄດ້ໄຖອີກເທື່ອໜຶ່ງເພື່ອກະກຽມປັກດໍານາປີຕໍ່ໄປ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າໄດ້ຮັບຜົນສໍາເລັດ ເພາະວ່າຜົນຜະລິດມີ ຄວາມແຕກຕ່າງກັນເຖິງ 2 ເທົ່າ ແຕ່ກ່ອນນາເກືອບ 3 ເຮັກຕາ ໄດ້ເຂົ້າພຽງແຕ່ 80 ເປົາເທົ່ານັ້ນ, ແຕ່ຫຼັງຈາກການທົດລອງໄຖປົກເຟືອງ ເປັນເວລາ 3 ປີຕິດຕໍ່ກັນ ໄດ້ເຂົ້າເພີ່ມຂຶ້ນເປັນ 160 ກວ່າເປົາ.

ທ່ານ ຄໍາໝັ້ນ ລວງລາດ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ປີທຳອິດໄດ້ນໍາໃຊ້ທຶນຂອງຕົນເອງ 30 ລ້ານກວ່າກີບ ເພື່ອທົດລອງເຮັດນາແບບໃໝ່ ເຫັນວ່າໄດ້ຮັບຜົນຜະລິດເປັນຢ່າງດີ ສະເລ່ຍ 3 ໂຕນກວ່າຕໍ່ເຮັກຕາ ແລະ ເມື່ອມາຫັກຄ່າສິ້ນເປືອງຕ່າງໆອອກແລ້ວໄດ້ກໍາໄລຈາກການຂາຍເຂົ້າ ປະມານ 100 ລ້ານກວ່າກີບ.
ສໍາລັບປີ 2020 ນີ້ ຈະໄດ້ໃຊ້ຕົ້ນທຶນໃນການຜະລິດ ປະມານ 48 ລ້ານກວ່າກີບ ແລະ ຄາດວ່າຈະໄດ້ກຳໄລຈາກການຂາຍເຂົ້າ ປະມານ 300 ລ້ານກວ່າກີບ.